ຈີນ​ຈະ​ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນນ້ຳມັນ​ເພື່ອ​ແກ້​ໄຂບັນຫາອາກາດທີ່​ເປັນ​ໝອກ​ຄວັນ​ພິດ

(GMT+08:00) 2013-09-24 18:20:51     cri
ວັນ​ທີ 23 ກັນຍາ​ນີ້, ຄະນະ​ກຳມະການ​ກາ​ນພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ແຈ້ງ​ໃຫ້​ຊາບວ່າ, ຈີນ​ຕົກລົງ​ຈະ​ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ​ນ້ຳມັນແລະ​ປະຕິບັດ​ນະ​ໂຍບາຍຜະລິດ​ຕະພັນ​ນ້ຳມັນຄຸນ​ນະພາ​ບດີ​​ລາຄາ​ຖືກ, ​ເພື່ອ​ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ຂອງ​ລົດຍົນ​ທີ່​ເປັນ​ຕົ້ນ​ເຫດ​ໃນ​ການ​ເກີດມົນ​ລະ​ພິດທາງ​ອາກາດ.

ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ຄະນະ​ກຳມະການ​ການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ຊີ້​ອອກ​ວ່າ, ປະຈຸບັນ, ຢູ່​ໃນ​ບາງເຂດ​ແຄວ້ນຂອງ​ຈີນມີບັນຫາ​ມົນ​ລະ​ພິດ​ທາງ​ອາກາດ​​ນັບ​ມື້​ນັບພົ້ນ​ເດັ່ນ​ຂຶ້ນ​ແລະສິ່ງ​ທີ່​ສ້າງມົນ​ລະ​ພິດ​ຕົ້ນຕໍ​ແມ່ນວັດຖຸ​ທີ່​ສາມາດເຂົ້າ​ປອດ​ໄດ້​ດ້ວຍ​ທາງຫັນ​ໃຈ​ຫຼືPM10​ແລະ​ວັດຖຸ​ເມັດ​ນ້ອຍ​ຫຼື PM2,5. ຕາມ​ຕົວ​ເລກ​ທີ່​ກ່ຽວຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ປ່ອຍ​ອາຍ​ພິດ​ຂອງ​ລົດຍົນ​ຈະ​ມີ​ຜົນ​ສະທ້ອນ​ໃນ​ການ​ເກີດ​ມີ​ວັດຖຸ​ເມັດ​ນ້ອຍ PM2,5 ​ເຖິງ20​%ຫາ30%. ດ້ວຍ​ເຫດ​ນີ້, ການ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ນ້ຳມັນ​ແມ່ນ​ວິທີ​ສຳຄັນ​ໃນ​ການ​ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ແລະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ອາກາດ​ໝອກ​ຄວັນ​ພິດ.

ຜູ້​ຮັບຜິດຊອບ​ຂອງ​ຄະນະ​ກຳມະການ​ການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ຍັງ​​ແຈ້ງ​ໃຫ້​ຊາບ​ຕື່ມ​ອີກ​ວ່າ, ການ​ປັບ​ຍົກ​ລະ​ດັບ​ຜະ​ລິດ​ຕະ​ພັນ​ນ້ຳມັນ​ໃນ​ຄັ້ງ​ນີ້ໝາຍ​ຄວາມ​ວ່າ​ຄຸນ​ນະພາ​ບ​ແລະ​ລາຄາ​ຂອງ​ຜະລິດ​ຕະພັນ​ນ້ຳມັນ​ໃນ​ທົ່ວ​ປະ​ເທດຈະ​ບໍ່​ຍົກ​ສູງ​ພ້ອມ​ກັນ​ໂດຍ​ທັນທີ. ພາຍ​ຫຼັງ​ລາ​ຄາ​ນ້ຳ​ມັນ​ແອັດ​ຊັງ​ແລະ​ນ້ຳມັນ​ກາ​ຊວນ​ໄດ້​ສູງ​ຂຶ້ນ​ຍ້ອນ​ຄຸນ​ນະພາ​ບດີຂຶ້ນ​ແລ້ວ, ການ​ເງິນລັດຖະບານ​ຈີນ​ຈະ​ປະຕິບັດ​ຕາມ​ກົນ​ໄກ​ອຸດ​ໜູນ​ລາຄາ​ນ້ຳມັນ​ເຊື້ອ​ໄຟ​ທີ່​ໃຊ້​ໃນ​ປະຈຸ​ບັນ​ໂດຍ​ຈະ​ໃຫ້​ເງິນ​ອຸດ​ໜູນ​ແກ່​ກຸ່ມ​ຄົນ​ທຸກ​ຍາກ​​ແລະ​ຂະ​ແໜງ​ການ​ເພື່ອ​ສາທາລະນະ​ປະ​ໂຫຍ​ດ​ເປັນ​ຕົ້ນ​ແມ່ນ ຊາວ​ນາ​ທີ່​ປູກ​ເຂົ້າ, ຂະ​ແໜງ​ການ​ປ່າ​ໄມ້, ການ​ປະມົງ, ຄົມມະ​ນາ​ຄົມ​ຂົນ​ສົ່ງ​ສາທາລະນະ​ໃນ​ຕົວ​ເມືອງ, ການ​ຂົນ​ສົ່ງ​ໂດຍ​ສານ​ທາງ​ບົກ​ສຳ​ລັບ​ຊົນນະບົດ​ແລະ​ອື່ນໆ, ສຳລັບລົດ​ຕັກ​ຊີ, ກ່ອນ​ຈະ​ປັບປຸງ​ລາຄາ​ລົດ​ຕັກ​ຊີ, ທາງລັດ​ຈະ​ໃຫ້​ເງິນ​ອຸດ​ໜູນ​ເປັນ​ການ​ຊົ່ວຄາວ.