ອີຣານ​ເຂົ້າຄວບ​ຄຸມ​​ໂຮງ​ຜະລິດ​ໄຟຟ້າ​ນິວ​ເຄຼຍບູ​ເຊີ ອາ​ເມ​ລິ​ກາ​ຫວັງ​​ຢາກໃຫ້​ອີຣານດຳ​ເນີນ​ການ​ຮ່ວມ​ມື​ທີ່​ມີ​ລັກສະນະ​ທາດ​ແທ້ກັບປະຊາ​ຄົມ​ໂລກ

(GMT+08:00) 2013-09-24 11:04:39     cri
ຕາມ​ຂ່າວCRI: ວັນ​ທີ 23 ກັນຍາ​ນີ້, ​ເຈົ້າ​ໜ້າ​ທີ່​ຂອງ​ອີຣານ​ແລະຣັດ​ເຊຍ​ໄດ້​ຈັດ​ພິທີ​ມອບ​ຮັບ​ໂຮງ​ຜະລິດ​ໄຟຟ້າ​ນິວ​ເຄຼຍຢູ່​ນະຄອນ​ບູ​​ເຊີ​ພາກ​ໃຕ້ຂອງ​ອີຣານ ຊຶ່ງ​ເປັນ​ເມືອງ​ທ່າ​ກຳ​ປັ່ນ​​ເມືອງໜຶ່ງ​ຂອງ​ອີຣານ, ໝາຍ​ຄວາມ​ວ່າອີຣານ​ໄດ້​ເຂົ້າ​ຄວບ​ຄຸມ​ໂຮງ​ຜະລິດ​ໄຟຟ້າ​ນິວ​ເຄຼຍບູ​ເຊີ​ຢ່າງ​ເປັນ​ທາງ​ການ ຊຶ່ງ​ເປັນ​ໂຮງ​ຜະລິດ​​ໄຟຟ້າ​ນິວ​ເຄຼຍ​ແຫ່ງ​ທຳ​ອິດ​ຂອງ​ອີຣານ.

ທ່ານ​ອາລີ ອັກ​ບາ ຊາ​ເລ​ຮີ, ຮອງ​ປະທານາທິບໍດີທັງ​ເປັນ​ປະທານ​ອົງການ​ພະລັງງານ​ປະລະມານູຂອງ​ອີຣານປະກາດ​ວ່າ, ອີຣານກັບ​ຣັດ​ເຊຍ​ຍັງ​ຈະ​ຮ່ວມ​ມື​ສ້າງ​ໂຮງ​ຜະລິດ​ໄຟຟ້າ​ນິວ​ເຄຼຍ​ແຫ່ງ​ໃໝ່​ອີກ, ອີກ​ບໍ່​ດົນ​ກໍ່​ຈະ​ຈັດ​ພິທີ​​ເລີ່​ມດຳ​ເນີນ​ງານ.

ວັນ​ທີ 23 ກັນຍາ​ນີ້, ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ​ກ່າວ​ວ່າ, ຫວັງ​ວ່າ​ລັດຖະບານ​ຊຸດ​ໃໝ່​ຂອງ​ອີຣານຄົງ​ຈະ​ດຳ​ເນີນ​ການ​ສຳຜັດ​ທີ່​ມີ​ລັກສະນະ​ທາດ​ແທ້​ກັບ​ປະຊາ​ຄົມ​ໂລກ, ​ເພື່ອ​ສະ​ແຫວ​ງຫາ​ວິທີ​ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງ​ອີຣານ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ຕ່າງປະ​ເທດ. ຖ້າ​ລັດຖະບານ​ອີຣານຍິນ​ດີຕັ້ງໜ້າດຳ​ເນີນ​ການ​ຕິດ​ຕໍ່​ພົວພັນ​ກັບ​ອາ​ເມ​ລິ​ກາ, ອາ​ເມ​ລິ​ກາກໍ່​ຍິນ​ດີ​ຮ່ວມ​ມື​ກັບ​ອີຣານ.