ທ່ານ​ນາງ​ອອງຊານ​ຊູ​ຈີ​ເຂົ້າ​ຢ້ຽມ​ຄຳນັບ​ຜູ້ນຳ​ສິງກະ​ໂປ

(GMT+08:00) 2013-09-24 11:19:44     cri
ວັນ​ທີ 23 ກັນຍາ​ນີ້, ທ່ານນາງ​ອອງຊານ​ຊູ​ຈີ, ຜູ້ນຳ​ພັກຝ່າຍ​ຄ້ານ​ລັດຖະບານ​ມຽນມາທີ່​ພວມ​ຢ້ຽມຢາມ​ສິງກະ​ໂປ​ໄດ້​​ເຂົ້າ​ຢ້ຽມ​ຄຳນັບ​​ແລະ​ພົບ​ປະ​ກັບທ່ານ​ໂທ​ນີ ຕັນ​ຄິງຢາມ ປະທານາທິບໍດີ​ສິງກະ​​ໂປ, ທ່ານ​ລີຊຽນ​ຫຼົງ, ນາຍົກລັດຖະມົນຕີສິງກະ​ໂປ​ແລະ​ຜູ້ນຳທ່ານ​ອື່ນໆຂອງ​ສິງກະ​ໂປ, ​ແລະ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ການ​ພັດທະນາ​ຂອງ​ມຽນ​ມາ. ​ໃນ​ການ​ພົບ​ປະ ທ່ານ​ນາງອອງຊາ​ນຊູ​ຈີ​ກ່າວ​ເນັ້ນ​ວ່າ, ປະຈຸ​ບັນ ຈຸດ​ສຳຄັນ​ໜຶ່ງ​ທີ່​ນາງ​ສົນ​ໃຈ​ທີ່​ສຸດໃນການ​ພັດທະນາ​ຂອງ​ມຽນມາ​ແມ່ນ​ຄວນ​ຍົກ​ສູງ​ຄວາມ​ສາມາດ​ດ້ານ​ການ​ປະ​ກອບ​ອາຊີບ​ຂອງ​ປະຊາຊົນ​ມຽນມາ.

ທ່ານ​ລີ​ສຽນ​ຫຼົງ ນາຍົກລັດຖະມົນຕີສິງກະ​ໂປ​​ກ່າວ​ຫຼັງ​ການ​ພົບ​ປະ​ວ່າ, ​ໃນ​ການ​ພົບ​ປະ ສອງ​ຝ່າຍ​ໄດ້​ກ່າວ​ເຖິງບັນຫາ​ການ​ພັດທະນາ​ຂອງ​ມຽນມາ​ແລະ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບການຈະ​ເພີ່ມ​ທະວີ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ແນວ​ໃດ. ທ່ານ​ລີ​ຊຽນ​ຫຼົງ​ຍັງ​ກ່າວ​ຢ້ຳວ່າ, ສິງກະ​ໂປ​ຈະ​ສະໜັບສະໜູນ​ມຽນມາ​ຂຶ້ນ​ດຳລົງ​ຕຳ​ແໜ່​ງປະ​ເທດ​ປະທານ​ໝູນວຽນ​ຂອງ​ອາ​ຊຽນ​ໃນ​ປີ 2014, ​ແລະ​ກ່າວ​​ເນັ້ນ​ວ່າ​ສິງກະ​ໂປ​ຈະ​​ໃຫ້ການຊ່ວຍ​ເຫຼືອ​ໃນ​ການ​ພັດທະນາ​ຂອງ​ມຽນມາ.

ທ່ານ​ນາງອອງຊານ​ຊູ​ຈີ​ຈະ​ສິ້ນ​ສຸດ​ການ​ຢ້ຽມຢາມ​ແລະ​ເດີນທາງ​ອອກ​ຈາກ​ສິງກະ​ໂປ​ໃນ​ວັນ​ທີ 24 ກັນຍາ​ນີ້.