ພັກ​ສະຫະພັນ​ທີ່​ນຳພາ​ໂດຍ​ທ່ານ​ນາງ​ແອນ​ເຈີ​ລາ ​ເມີ​ເຄວ ນາຍົກລັດຖະມົນຕີ​ເຢຍລະ​ມັນ​ໄດ້​ຮັບ​ໄຊ​ຊະນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ປະຊາ​ຄົມ​ໂລກ​ສະ​ແດງ​ຄວາມ​ຊົມ​ເຊີຍ​ນຳ

(GMT+08:00) 2013-09-24 11:25:39     cri
ຕາມ​ຂ່າວCRI: ການ​ເລືອກ​ຕັ້ງ​ລັດຖະສະພາ​ສະຫະພັນ​ເຢຍລະ​ມັນ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 22 ກັນຍາ​ນີ້, ພັກ​ສະຫະພັນທີ່​ນຳພາ​ໂດຍ​ທ່ານ​ນາງ​ແອນ​ເຈີ​ລາ ​ເມີ​ເຄວ, ນາຍົກລັດຖະມົນຕີ​ເຢຍລະ​ມັນ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປຄັ້ງ​ນີ້, ​ແລະ​ອາດ​ຈະ​​ກາຍ​ເປັນ​ພັກ​ກຳ​ອຳນາດ​ພຽງໜຶ່ງ​ດຽວຂອງ​ເຢຍລະ​ມັນ. ຕໍ່​ເລື່ອງ​ນີ້, ປະຊາ​ຄົມ​ໂລກ​​ສະ​ແດງ​ຄວາມ​ຊົມ​ເຊີຍ​ນຳ.

ຕອນ​ຄ່ຳ​ວັນ​ທີ 23 ກັນຍາ​ນີ້, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີ​ຈີນ​ໄດ້​ສົນທະນາ​ຜ່ານ​ທາງ​ໂທລະສັບ​ກັບ​ທ່ານ​ນາງ​ແອນ​ເຈີ​ລາ ​ເມີ​ເຄວ ນາຍົກລັດຖະມົນຕີ​ເຢຍລະ​ມັນ ​ແລະ​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່​ທ່ານ, ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ ລັດຖະບານ​ຈີນ​​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງຕໍ່​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ-​ເຢຍລະ​ມັນ​ໃນ​ທາງ​ຍຸດ​ທະ​ສາດ​ແລະ​ວິ​​​ໄສ​ທັດ​ທີ່ຍາວ​ໄກມາ​ໂດຍ​ຕະຫຼອດ, ຈີນຍິນ​ດີ​ກັບ​ເຢຍລະ​ມັນ​ຮ່ວມ​ກັນປູກ​ຕົ້ນ​ໄມ້​ແຫ່ງ​ມິດຕະພາບ​ຈີນ-​​ເຢຍລະ​ມັນ​ໃຫ້​ດີ, ​ເຮັດ​ໃຫ້ຕົ້ນ​ມິດຕະພາບມີ​ຊີວິດ​ຊີວາ​ແລະ​ກຳລັງ​ແຮງ​ໃໝ່​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ນາງ​​ແອນ​​ເຈີ​ລາ ​ເມີ​ເຄວກ່າວ​ວ່າ ​ເຢຍລະ​ມັນ​ຍິນ​ດີ​ຮ່ວມ​ກັບ​ຈີນ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ຮັກສາ​ການ​ພົວພັນ​ລະຫວ່າງ​ຈີນ-​ເຢຍລະ​ມັນ​ໃຫ້​ຢູ່​ໃນ​ລະດັບ​ທີ່​ສູງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ຂົ​ງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ.

ວັນ​ທີ 22 ກັນຍາ​ນີ້, ທ່ານ​ວອນ ​ໂຣມປຸຍ, ປະທານ​ສະພາ​ມົນຕີ​ເອີ​ລົບ​ໄດ້​ອອກ​ຖະ​ແຫຼ​ງການ​ໂດຍ​ກ່າວ​ວ່າ, ​ເຊື່​ອວ່າ​ລັດຖະບານ​ຊຸດ​ໃໝ່​ຂອງ​ເຢຍລະ​ມັນ​ທີ່​ນຳພາ​ໂດຍ​ທ່ານ​ນາງ​ແອນ​ເຈີ​ລາ ​ເມີ​ເຄວຈະ​ສືບຕໍ່​ປະຕິບັດ​ພັນທະ​ໜ້າ​ທີ່​ຂອງ​ຕົນ​, ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງສັນ​ຕິ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ເອີ​ລົບ.

ວັນ​ທີ 23 ກັນຍາ​ນີ້, ທ່ານ​ນາງ​ແອນ​ເຈີ​ລາ ​ເມີ​ເຄວ ນາຍົກລັດຖະມົນຕີ​ເຢຍລະ​ມັນ​​ກ່າວ​ຢູ່​ສຳ​ນັກ​ງານ​ໃຫຍ່​ຂອງພັກ​ສະຫະພັນ​ທີ່​ແບັກ​ແລັງ​ວ່າ, ພັກ​ສະຫະພັນ​ໄດ້​ສຳຜັດ​ກັບ​ພັກ​ສັງຄົມ​ປະຊາທິປະ​ໄຕໃນ​ເບື້ອງ​ຕົ້ນ, ​ເພື່ອ​ປຶກສາ​ຫາລື​ການສ້າງ​ຕັ້ງ​ລັດຖະບານ​ປະສົມ.