ຈີນ​ຈະ​ສົ່ງ​ດາວ​ທຽມ "ສາງ​ເອີ​ເລກ 3" ຂຶ້ນ​ສູ່​ອະ​ວະ​ກາດ​ໃນ​ເດືອນ​ທັນ​ວາ​ປີ​ນີ້

(GMT+08:00) 2013-09-25 16:55:00     cri
ຈີນ​ຈະ​ສົ່ງ​ດາວ​ທຽມ"ສາງ​ເອີ​ເລກ 3"ຂຶ້ນ​ສູ່​ອະວະກາດ​ໃນ​ເດືອນ​ທັນວາ​ປີ​ນີ້, ຊຶ່ງ​ໃນ​ນັ້ນ​ປະກອບມີ​ຍານ​ສຳ​ຫຼວດດວງ​ຈັນ​ຄັນ​ທຳ​ອິດຂອງ​ຈີນ​ທີ່​ປະຕິບັດ​ໜ້າ​ທີ່ສຳ​ຫຼວດພື້ນຜິວ​ດວງ​ຈັນ,​ເລີ່​ມ​ແຕ່​ວັນ​ທີ 25 ກັນຍາ​ນີ້​ເປັນຕົ້ນ​ໄປ​ຈະ​ເປີດ​ໂອກາດ​ໃຫ້​ປວງ​ຊົນ​ທົ່ວ​ໂລກ​ຕັ້ງ​ຊື່​ໃຫ້​ຍານ​ສຳ​ຫຼວດ​ດວງ​ຈັນ​ຄັນ​ດັ່ງກ່າວ​ນີ້ໂດຍ​ຜ່ານ​ທາງ​ອິນ​ເຕີ​ເນັດ.

ຍານ​ສຳ​ຫຼວດດວງ​ຈັນ​ທີ່​ປະຕິບັດ​ໜ້າ​ທີ່​ສຳ​ຫຼວດພື້ນ​ຜິວ​ດວງ​ຈັນ​ຂອງ​ດາວ​ທຽມ "ສາງ​ເອີ​ເລກ 3" ​ເປັນ​ຍານ​ສຳ​ຫຼວດດວງ​ຈັນ​ຄັນ​ທຳ​ອິດ​ຂອງ​ຈີນ,ຊຶ່ງ​ຈະຕ້ອງ​ປະຕິບັດ​ໜ້າ​ທີ່​ສຳ​ຫຼວດດ້ານ​ຕ່າງໆ​ຢູ່​ຕາມ​ພື້ນ​ຜິວ​ດວງ​ຈັນ​ເຊັ່ນ​ການ​ເຄື່ອນ​ທີ່​ຕາມ​ພື້ນຜິວ​ດວງຈັນ, ການ​ສື່ສານ​​ໂທລະ​ຄົມ​ແລະ​ວິທະຍາສາດ​​ເຫຼົ່າ​ນີ້​ເປັນຕົ້ນ,ຍານ​ສຳ​ຫຼວດດວງ​ຈັນ​ຄັນ​ນີ້​ຕ່າງ​ກັບ​ຍານ​ອະວະກາດ​ໂຄຈອນຕາມ​ວົງ​ໂຄຈອນ​ໜ່ວຍ​ໂລກ​​ໃນ​ໄລຍະ​ຜ່ານ​ມາຢ່າງ​ຫຼວງ​ຫຼາຍ,​ແລະ​ມີ​ຄວາມ​ກ້າວໜ້າ​ໃນ​ຫຼາຍ​ດ້ານ, ຊຶ່ງ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ຈີນ​ໃນ​ການ​ປະຕິບັດ​ໂຄງການ​ສຳ​ຫຼວດດວງ​ຈັນ​ແລະ​ການ​ສຳ​ຫຼວດອະວະກາດ​ຊັ້ນ​ສູງ.

ກິດຈະກຳ​​​​ເປີດ​ໂອກາດ​ໃຫ້ປວງ​ຊົນ​ທົ່ວ​ໂລກ​ຕັ້ງ​ຊື່​ໃຫ້​ຍານສຳ​ຫຼວດດວງ​ຈັນ​"ສາງ​ເອີ​ເລກ 3"ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ກັນຍາ​ນີ້ ມີ​ຈຸດປະສົງ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ພາບ​ພົດ​ຂອງ​ຈີນ​ທີ່​ເປັນ​ປະ​ເທດ​ປະຕິບັດ​ໂຄງການ​ສຳ​ຫຼວດດວງ​ຈັນ​ແລະ​ການບິນ​ອະວະກາດ. ກິດຈະກຳ​ໃນ​ຄັ້ງ​ນີ້​ຈະ​ດຳ​ເນີນ​ໄປ​ໂດຍແບ່ງ​ເປັນ​ສາມ​ໄລຍະ​ຄື​ໄລຍະ​ທີ​ໜຶ່ງ, ຍື່ນ​ບັນຊີ​ລາຍ​ຊື່​ທີ່ປວງ​ຊົນ​ທົ່ວ​ໂລກຕັ້ງ​ຊື່​ໃຫ້, ຈາກ​ນັ້ນ​ຈະ​ຄັດ​ເລືອກ​ເອົາ 10 ຊື່​ເຂົ້າ​ຮອບ, ​ໄລຍະ​ທີ​ສອງ, ​ໃຫ້​ປວງ​ຊົນ​ລົງ​ຄະ​ແນນ​ສຽງ​ຜ່ານ​ທາງ​ອິນ​ເຕີ​ເນັດ​ເພື່ອ​ຕົກລົງ 3 ຊື່​ສຸດ​ທ້າຍ, ​ໄລຍະ​ທີ​ສາມ​ແມ່ນ​ອະນຸມັດ​ການ​ຕົກລົງ​ຊື່​ສຸດ​ທ້າຍ. ປວງ​ຊົນ​ທັງ​ພາຍ​ໃນ​ປະ​ເທດ​ຈີນ​ແລະ​ຕ່າງປະ​ເທດ​ລ້ວນ​ແຕ່​ສາມາດ​ເຂົ້າ​ຮ່ວມ​ກິດຈະກຳ​ໃນ​ຄັ້ງ​ນີ້​ໂດຍ​ຜ່ານ​ທາງ​ອິນ​ເຕີ​ເນັດ.