ຈັດກອງ​ປະຊຸມ​ນັກທຸລະກິ​ດ​ເຊື້ອສາຍ​ຈີນ​ຂອງ​ໂລກ​ຄັ້ງ​ທີ 12

(GMT+08:00) 2013-09-25 16:56:27     cri

ກອງ​ປະຊຸມ​ນັກທຸລະກິດ​ເຊື້ອສາຍ​ຈີນ​ຂອງ​ໂລກ​ຄັ້ງ​ທີ 12 ​ໄດ້​ໄຂ​ຂຶ້ນ​ ​ໃນ​ວັນ​ທີ 25 ກັນຍາ​ນີ້​ທີ່​ນະຄອນ​ເສິງ​ຕູ່​ແຂວງ​ເສ​ສວນ​ຂອງ​ຈີນ, ທ່ານ​ສີ​ຈິ້ນຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ຈົດໝາຍ​ອວຍພອນ​ການ​ໄຂກອງ​ປະຊຸມ​ຄັ້ງ​ນີ້. ທ່ານ​ຢູ​ເຈີ້​ງ​ເສິ່ງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິທີ​​ເປີດ​ງານ​ແລະ​ກ່າວ​ຄຳ​ປາ​ໄສ​ພາຍ​ໃຕ້​ຫົວ​ຂໍ້​ວ່າ "ກຳ​ໂອກາດ​ແຫ່ງ​ການ​ພັດທະນາ,ຮ່ວມ​ກັນ​ສ້າງ​ອະນາຄົດ​ທີ່​ດີງາມ".

ຕາມ​ໄດ້​ຊາບ​ວ່າ, ກອງ​ປະຊຸມ​ນັກທຸລະກິດ​ເຊື້ອສາຍ​ຈີນ​ຂອງ​ໂລກ​ໃນ​ຄັ້ງ​ນີ້​​ແມ່ນ​ສະມາຄົມ​ວິ​ສາ​ຫະກິດ​ທຶນ​ນັກທຸກິດ​ຊາວ​ຈີນ​ຕ່າງ​ດ້າວ​ຂອງ​ຈີນ​ເປັນ​​ເຈົ້າ​ພາບ, ອົງການ​ປົກຄອງ​ນະຄອນ​ເສິງ​ຕູ່​​ເປັນ​ຜູ້​ຮັບຜິດຊອບ​ການຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ, ສະຫະພັນ​ອຸດສາຫະກຳ​ການ​ຄ້າ​ແຫ່ງ​ຊາດ​ຈີນ, ສະພາ​ສົ່ງ​ເສີມ​ການ​ຄ້າ​ສາກົນ​ຈີນ​ເປັນ​ຜູ້​ປະ​ສານ​ງານ,​ ຫ້ອງການວຽກ​ງານ​ຊາວ​ຈີນ​ຕ່າງ​ດ້າວ​ລັດຖະບານ​ຈີນ​ແລະອົງການ​ປົກຄອງ​ແຂວງ​ເສສວນ​ເປັນ​ຜູ້​ສະໜັບ​ສະ​ໜູນ​ໃນ​ການຈັດກອງ​ປະຊຸມ. ກອງ​ປະຊຸມ​ຄັ້ງ​ນີ້​​ໄດ້​ຈັດ​ຂຶ້ນ​ພາຍ​ໃຕ້​ຫົວ​ຂໍ້​ວ່າ "ການ​ພັດ​ທະ​ນາ​ຂອງ​ຈີນ,​ໂອ​ກາດ​ຂອງ​ນັກ​ທຸ​ລະ​ກິດ​ເຊື້ອ​ສາຍ​ຈີນ" ມີ​ແຂກ​ຜູ້​ມີ​ກຽດ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ທີ່​ມາ​ຈາກ104​ປະ​ເທດ​ແລະ​ເຂດ​ແຄວ້ນ​ລວມທັງ​ໝົດ 3000ຄົນ​ໄດ້​ເຂົ້າ​ຮ່ວມ, ຊຶ່ງ​ໃນ​ນັ້ນ ມີ​ຜູ້​ນຳ​ນັກ​ທຸ​ລະ​ກິດ​ເຊື້ອສາຍ​ຈີນ​ທີ່​ມີ​ຊື່​ສຽງ​ໃນ​ໂລກ​ຈຳ​ນວນ​ຫຼາຍ. ລັດ​ວິ​ສາ​ຫະກິດ​ສູນ​ກາງ 19 ​ແຫ່ງ,​ວິ​ສາ​ຫະ​ກິດ​ເອກະ​ຊົນ 89 ​ແຫ່ງ​ແລະ​ນັກທຸລະກິດ​ຈາກ​ 15 ແຂວງ,ກຳ​ແພງ​ນະຄອນ​ແລະ​ເຂດ​ປົກຄອງ​ຕົນ​ເອງ ພາຍ​ໃນ​ປະ​ເທດ​ຈີນ​ໄດ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນ​ຂອງ​ຕົນເຂົ້າ​ຮ່ວມ​ກອງ​ປະຊຸມຄັ້ງ​ນີ້, ຊຶ່ງ​ໄດ້​ສ້າງ​ສະຖິຕິ​ໃໝ່​​ໃນ​ດ້ານຈຳນວນ​ປະ​ເທດ​ແລະ​ເຂດ​ແຄວ້ນ​ແລະ​ຈຳນວນ​ແຂກ​ຜູ້​ມີ​ກຽດ​ທີ່​ສຳຄັນ​ມາ​ເຂົ້າ​ຮ່ວມ​ງານ​ເມື່ອ​ທຽບ​ໃສ່​ກອງ​ປະຊຸມ​ທຸກ​ຄັ້ງ​ທີ່​ຜ່ານ​ມາ.

ກອງ​ປະຊຸມ​ນັກທຸລະກິດ​ເຊື້ອສາຍ​ຈີນ​ຂອງ​ໂລກ​ຄັ້ງ​ນີ້​ແມ່ນ​ຈັດ​ຂຶ້ນ​ຢູ່​ຈີນ​​​ໃນ​ຮອບ 12 ປີຜ່ານມາ.