ເວທີ​ປຶກສາ​ຫາລື​ສັນ​ຕິ​ພາບ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຄັ້ງ​ປະ​ຖົມ​ມະ​ເລີກ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ຕຸລາ​ໜ້າ​ນີ້​ທີ່​ນະຄອນ​ຊຽງ​ໄຮ

(GMT+08:00) 2013-09-25 16:57:44     cri
ເວທີ​ປຶກສາ​ຫາລື​ສັນຕິພາບ​ສອງ​ຝັ່ງ​ຊ່ອງ​ແຄບ​​ໄຕ້​ຫວັນ​ຄັ້ງ​ປະຖົມມະ​ເລີກຈະ​ຈັດ​ຂຶ້ນ​​ແຕ່​ວັນ​ທີ 11 ຫາ ວັນ​ທີ 12 ​ຕຸລາ​ໜ້ານີ້​ທີ່​ນະຄອນ​ຊຽງ​ໄຮ ພາຍ​ໃຕ້​ຫົວ​ຂໍ້​ວ່າ "ສັນຕິພາບ​ສອງ​ຝັ່ງ, ພັດທະນາ​ຮ່ວມ​ກັນ" ​ໂດຍ​ຈະ​ສຸມ​ໃສ່​ປຶກສາ​ຫາລື​ໃນ4​ຫົວ​ຂໍ້ຄື ການ​ພົວພັນ​ດ້ານ​ການ​ເມືອງ​ລະ​ຫວ່າງ​ສອງ​ຝັ່ງ, ວຽກ​ງານ​ຕໍ່​ຕ່າງປະ​ເທດ​ຂອງ​ສອງ​ຝັ່ງ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ຄວາມ​ໝັ້ນຄົງ​ລະຫວ່າງ​ສອງ​ຝັ່ງ​ແລະ​ໂຄງ​ສ້າງສັນ​ຕິ​ພາບ​ຂອງ​ສອງ​ຝັ່ງ.

ຕາມທ່ານ​ຢາງ​ຢີ້ ​ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນຂອງລັດຖະບານ​ຈີນ​ແຈ້ງ​ໃຫ້​ຊາບ​ໃນ​​ໂອກາດງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ກັນຍາ​ນີ້​ວ່າ, ​ເວທີ​ປຶກສາ​ຫາລື​ໃນ​ຄັ້ງ​ນີ້​ມີ​ສະມາຄົມ​ຄົ້ນຄວ້າ​ໄຕ້​ຫວັນ​​ແຫ່ງ​ຊາດ​ຈີນ, ມູນ​ນິທິ​ສະ​ຕະ​ວັດ​ທີ 21 ​ໄຕ້ຫວັນ​ແລະອົງການ​ຈັດ​ຕັ້ງ​ປະຊາຊົນແລະ​ອົງການວິຊາ​ການຂອງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ລວມທັງ​ໝົດ 14 ອົງການ​ຮ່ວມ​ກັນ​ເປັນ​ເຈົ້າພາບ, ​ແລະ​ຈະ​​ເຊື້ອ​ເຊີນ​ນັກ​ວິ​ຊາ​ການ​ແລະ​ຜູ້​ຕາງ​ໜ້າ​ຂອງ​ວົງ​ການ​ຕ່າງໆ​ຂອງ​ທັງ​ສອງ​ຝັ່ງ​ຈຳ​ນວນ 120​ກວ່າ​ທ່ານ​​ເຂົ້າ​ຮ່ວມ​​ເວທີ​ປຶກສາ​ຫາລື​ໃນ​ຄັ້ງ​ນີ້.

ທ່ານ​ຢາງ​ຢີ້ກ່າວ​ວ່າ, ການຈັດ​ເວທີ​ປຶກສາ​ຫາລື​ສັນຕິພາບ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຄັ້ງ​ປະຖົມມະ​ເລີກ​ເປັນ​ການ​ຕອບ​ສະໜອງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຂະຫຍາຍຕົວ​ກ້າວໜ້າ​ຕໍ່​ໄປ, ​ແລະ​ໄດ້​ສ້າງ​ເວທີ​ອັນ​ສຳຄັນ​ສຳລັບ​ການ​ແລກປ່ຽນ​ແລະ​ສົນທະນາ​ກັນ​ລະຫວ່າງ​ປະຊາຊົນ​ສອງ​ຝັ່ງ​ສ່ອງ​ແຄບ​ໄຕ້​ຫວັນ​​ໃນ​ສະພາບ​ການໃໝ່. ຝ່າຍ​ຈີນແຜ່ນ ດິນ​ໃຫຍ່​ສະໜັບສະໜູນ​ແລະ​ສົ່ງ​ເສີມ​ການ​ສົນທະນາ​ທາງ​ການ​ເມືອງລະຫວ່າງ​ປະຊາຊົນ​​ເພື່ອ​ຄົ້ນຄວ້າ​ວິທີ​ແກ້​ໄຂ​ບັນຫາ​ຕ່າງໆ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ໃນ​ດ້ານ​ການ​ເມືອງ, ການ​ທະຫານ​ແລະ​ວຽກ​ງານ​ການ​ຕ່າງປະ​ເທດ​ເຫຼົ່າ​ນີ້​ເປັນ​ຕົ້ນ, ​ແລະ​ສະ​ສົມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກ​ກະສັນ​ກັນ​ແລະ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ສອງ​ຝັ່ງ​ດຳ​ເນີນ​ການປຶກສາຫາລືດ້ານການເມືອງ ໃນຕໍ່ໜ້າ.