ຈຳນວນ​ຜູ້​ເສຍ​ຊີວິດ​ຈາກ​ແຜ່ນດິນ​ໄຫວ​ຢູ່ປາ​ກີ​ສະຖານ​​ເພີ່ມ​ຂຶ້ນ​ເຖິງ 216ຄົນ

(GMT+08:00) 2013-09-25 17:40:34     cri
ຕາ​ມສື່​ມວນ​ຊົນ​ປາ​ກີ​ສະຖານ​ລາຍ​ງານ​ໃນ​ວັນ​ທີ 25 ກັນຍາ​ນີ້​ວ່າ, ຕອນ​ບ່າຍ​ວັນ​ທີ 24 ກັນຍາ​ນີ້, ຢູ່​ແຂວງ​ບາ​ໂລ​ຊີ​ສະຖານ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງປາ​ກີ​ສະຖານ​ໄດ້​ເກີດ​ແຜ່ນດິນ​ໄຫວ​ທີ່​ວັດ​ແຮງ​ສັ່ນ​ສະ​​ເທືອ​ນ​ໄດ້ 7,8 ລິ​ກ​ເຕີ, ມີຜູ້​ເສຍ​ຊີວິດ​ແລ້ວ 216 ຄົນ.

ໂຄສົກ​ແຂວງບາ​ໂລ​ຊີ​ສະຖານຂອງ​ປາ​ກີ​ສະຖານ​ກ່າວ​ວ່າ, ບ່ອນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ໜັກໜ່ວງ​ທີ່​ສຸດ​​ຈາກ​ເຫດແຜ່ນດິນ​ໄຫວ​ຄັ້ງ​ນີ້​ແມ່ນ​ເຂດ​ອາວາຣານ ທີ່​ຫ່າງ​ຈາກ​ນະຄອນ​ໄກວ​ຕາ ​ເມືອງ​ເອກ​ແຂວງ ບາ​ໂລ​ຊີ​ສະຖານ ​ເຖິງ 600 ກວ່າກິ​ໂລ​ແມັດ, ມາ​ຮອດ​ປະຈຸ​ບັນ,ຈຳນວນ​ຜູ້​ເສຍ​ຊີວິດ​ຢູ່​ເຂດດັ່ງກ່າວ​ນີ້​ໄດ້​ເພີ່ມ​ຂຶ້ນ​ເຖິງ 208 ຄົນ​​ແລ້ວ. ປະຈຸ​ບັນ, ວຽກ​ງ​ານກູ້​ໄພ​ຂອງ​ເຂດ​ປະສົບ​ໄພກຳລັງ​ດຳ​ເນີນ​ຢູ່​,ອຳນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ໄດ້​ປະ​ກາດ​ໃຫ້​ເຂດ​ອາວາຣານ​ເຂົ້າ​ສູ່​ພ​າວະ ສຸ​ກ​ເສີນ.