ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​​ການ​ໄຂກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່​ຂອງ​ກຳປູ​ເຈຍ​ແລະ​ທ່ານ​ຮຸນ​ແຊນ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນນາຍົກລັດຖະມົນຕີ​ຊຸດ​ໃໝ່​ຕື່ມ​ອີກ​ວາລະ​ໜຶ່ງ

(GMT+08:00) 2013-09-25 15:27:03     cri
ວັນ​ທີ 24 ກັນຍາ​ນີ້, ທ່ານ​ຫົງ​ເຫຼີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ການ​ໄຂ​ກອງ​ປະຊຸມສະພາ​ແຫ່ງ​ຊາດ​ຊຸດ​ໃໝ່​ຂອງ​ກຳປູ​ເຈຍ​ແລະ​ທ່ານ​ຮຸນ​ແຊນ​​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນນາຍົກລັດຖະມົນຕີ​ຊຸດ​ໃໝ່​ຕື່ມ​ອີກວາລະ​ໜຶ່ງ. ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ສົ່ງ​ໂທລະ​ເລກຊົມ​ເຊີຍ​ໄປ​ໃຫ້ທ່ານ​ຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ​ແລ້ວ,ຈີນ​ແລະ​ກຳປູ​ເຈຍ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ມິດຕະພາບ​ກັນ​ມາ​ແຕ່​ດົນ​ນານ. ​ໃນ​ຊຸມ​ປີຜ່ານມານີ້, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ-ກຳປູ​​ເຈຍ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃຫຍ່, ​ໄດ້​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍ​ດທີ່​ແທ້​ຈິງແກ່​ປະຊາຊົນ​ສອງຊາດ. ຈີນ​ຍິນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ກັບລັດຖະບານ​ແລະ​ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່​ຂອງກຳປູ​ເຈຍ, ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.