ກຳ​ປັ່ນ​ໂຮງໝໍ "​ເຮີ​ຜິ​ງຟ່າງ​ໂຈ່​ວ"ຂອງ​ກອງທັບ​ເຮືອ​ຈີນ​​ເດີນທາງ​ໄປ​ຮອດ​ກຳ​ປູ​ເຈຍ​ແລະ​ເລີ່​ມ​ດຳ​ເນີນ​ການ​ບໍລິການ​ດ້ານ​ການ​ປິ່ນປົວ

(GMT+08:00) 2013-09-25 16:04:35     cri


ການສະ​ແດງຟ້ອນ​ສິງ​ໂຕ​ທີ່​ໜ້າ​ຊົມ​ໃນ​ພິທີ​ຕ້ອນຮັບ


ຕອນ​ເຊົ້າວັນ​ທີ 24 ກັນຍາ​ນີ້, ກຳ​ປັ່ນ​ໂຮງໝໍ "​ເຮີ​ຜິ​ງຟ່າງ​ໂຈ່​ວ"ຂອງ​ກອງທັບ​ເຮືອ​ຈີນ​ທີ່​ກຳລັງ​ປະຕິບັດ​ໜ້າ​ທີ່ "ພາລະກິດ​​ເພື່ອ​ຄວາມ​ກົມ​ກຽວ​ກັນ2013"​ໄດ້​ເດີນທາງ​ໄປ​​ເຖິງ​ທ່າ​ກຳ​ປັ່ນ​ສີ​ຫາ​ນຸກຂອງ​ກຳປູ​ເຈຍ ຊຶ່ງ​ເປັນ​ບ່ອນສຸດ​ທ້າຍ​ໃນ​ການ​ປະຕິບັດ​ໜ້າ​ທີ່​​ໃນຄັ້ງ​ນີ້, ​ເລີ່​ມ​ຢ້ຽມຢາມ​ສັນຖະວະ​ໄມຕີ​ກຳປູ​ເຈຍແລະດຳ​ເນີນ​ການ​ບໍລິການ​ດ້ານ​ການ​ປິ່ນປົວຊຶ່ງ​ເປັນການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ເປັນ​ເວລາ 6 ວັນ.


ປະຊາຊົນ​ໄປ​ຕ້ອນຮັບ​ກຳ​ປັ່ນ "​ເຮີ​ຜິ​ງຟ່າງ​ໂຈ່​ວ"ຢູ່​ທ່າ​ກຳ​ປັ່ນ​ສີ​ຫາ​ນຸກກຳປູ​ເຈຍ


​ໃນ​ຂະນະ​ທີ່​ສະໜອງ​ການ​ບໍລິການ​ດ້ານ​ການ​ປິ່ນປົວ​ໃຫ້​ແກ່​ປະຊາຊົນ​ທ້ອງ​ຖິ່ນ​ກຳປູ​ເຈຍ​ໃນກຳ​ປັ່ນ​ໂຮງ​ໝໍ, ກຳ​ປັ່ນ​ໂຮງໝໍ "​ເຮີ​ຜິ​ງຟ່າງ​ໂຈ່​ວ"ຂອງ​ກອງທັບ​ເຮືອ​ຈີນຍັງ​ຈະ​ແຕ່ງ​ຕັ້ງ​ໜ່ວຍ​​ປິ່ນປົວ​​ໄປ​ດຳ​ເນີນ​ການ​ບໍລິການ​ດ້ານ​ການ​ປິ່ນ​ປົວຢູ່​ຖານ​ທັບ​ເຮືອ​​ປີ​ຊາ​ເຣມຂອງ​ກຳປູ​ເຈຍ, ​ແລະ​ບົ່ງມະຕິ​ເລືອກ​ຜູ້​ເຈັບ​ປ່ວຍໄປ​ປິ່ນ​ປົວ​ຢູ່ກຳ​ປັ່ນ​ໂຮງ​ໝໍ. ​ແພດ​ໝໍ​ໃນກຳ​ປັ່ນ​ໂຮງໝໍ​ຍັງ​ຈະ​ໄປຮອດ​ໂຮງຮຽນ​ປະຖົມ​ແລະ​ໂຮງຮຽນ​ມັດທະຍົມ​​ແຫ່ງ​ຕ່າງໆຂອງ​ທ້ອງ​ຖິ່ນ​ເພື່ອດຳ​​ເນີນ​ການ​ບໍລິການ​ດ້ານ​ການ​ປິ່ນປົວ​, ​ແລະ​ຮ່ວມ​ກັບ​ພະນັກງານການ​ແພດ​ຂອງ​ກຳປູ​ເຈຍ​ດຳ​ເນີນ​​ການຜ່າຕັດ​ຮ່ວມ​ແລະດຳ​ເນີນ​ການ​ແລກປ່ຽນ​ທາງວິຊາ​ການ​ດ້ານ​ການ​ປິ່ນປົວ. ນອກ​ນີ້, ກຳ​ປັ່ນ​ໂຮງໝໍ "​ເຮີ​ຜິ​ງຟ່າງ​​ໂຈ່​ວ"​ຍັງ​ຈະ​ຈັດ​ງານ​ລ້ຽງ​ຕ້ອນຮັບ​ຢູ່​ດາດ​ຟ້າກຳ​ປັ່ນ, ຈັດການ​ແຂ່ງ​ຂັນ​​ເຕະບານ​ມິດຕະພາບ​ກັບ​ກອງທັບ​ເຮືອ​ກຳປູ​ເຈຍ, ​ແລະ​ແຕ່ງ​ຕັ້ງ​ໜ່ວຍ​ປິ່ນປົວ​ໄປ​ໂຮງ​ເດັກ​ກຳພ້າ​ກຳພອຍ​ທ້ອງ​ຖິ່ນ​ເພື່ອ​ດຳ​ເນີນ​ການ​ໂຄສະນາ​ແລະ​ສຶກສາ​ດ້ານ​ສຸຂະພາບ.