ລັດຖະມົນຕີ​ການ​ຕ່າ​ງປະ​ເທດ​ຈີນ​ກ່າວ​ວ່າ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ຄວນ​ຜ່ານ​ມະຕິ​ຕົກລົງ​ກ່ຽວ​ກັບ​ບັນຫາ​ຊີຣີ​ໂດຍ​ໄວ

(GMT+08:00) 2013-09-26 10:56:44     cri
ວັນ​ທີ 25 ກັນຍາ​ນີ້, ຢູ່​ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດທີ່​ນິວ​ຢອກ ທ່ານ​ຫວາງ​ອີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງອາຫານ​ທ່ຽງ​​ແລະ​ເຮັດ​ວຽກຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດສະມາຊິກ​ຖາວອນ​ສະພາ​ຄວາມ​ໝັ້ນຄົງ​ແລະ​ເລຂາທິການ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ.

ທ່ານ​ຫວາງ​ອີ້​ກ່າວ​ວ່າ, ປະຈຸ​ບັນ ສະພາ​ຄວາມໝັ້ນຄົງອົງການສະຫະ​ປະຊາ​ຊາດ​ຄວນ​ບັນລຸ​ຄວາມ​ຮັບ​ຮູ້ທີ່​ເປັນ​ເອກະສັນ​ກັນ​ໂດຍ​ໄວ, ຜ່ານ​ມະຕິ​ຕົກລົງ​ກ່ຽວ​ກັບ​ບັນຫາ​ອາວຸດ​ເຄມີ​ຂອງ​ຊີຣີ, ສົ່ງ​ສັນຍານ​ທີ່​​​ສາມັກຄີ​ກັນ​ເຂົ້າ​​ໃຫ້​ເປັນ​ເອກະສັນ​ກັນຕໍ່​ໂລກ, ​ເພື່ອ​ໃຫ້ການ​ສະໜັບສະໜູນ​ທາງ​ການ​ເມືອງ​ໃຫ້​ແກ່ວຽກ​ງານ​ກວດກາ ຢັ້ງຢືນແລະ​​ທຳ​ລາ​ຍອາວຸດ​ເຄມີຂອງ​ຊີຣີ. ນີ້​ກໍ່​ແມ່ນ​ເລື່ອງ​ທີ່​ປະຊາ​ຄົມ​ໂລກ​ຄອງ​ຄອຍ​ມາ​ແຕ່​ດົນ​ແລ້ວ. ທ່ານ​ຫວາງ​ອີ້​​ໄດ້​ກ່າວ​ຢ້ຳວ່າການ​ແກ້​ໄຂ​ບັນຫາ​ຊີຣີພຽງ​ແຕ່​ສາມາດຜ່ານ​ຊ່ອງ​ທາງ​​ການ​ເມືອງ​ເທົ່າ​ນັ້ນ, ​ເພາະຊ່ອງ​ທາງ​ການ​ທະຫານ​ບໍ່ສາມາດ​ຈະ​ແກ້​ໄຂ​ບັນຫາ​ໄດ້. ວຽກ​ງານ​ ​ທຳລາ​ຍອາວຸດ​ເຄມີ​ຂອງ​ຊີຣີຄວນ​ໄດ້​ຮັບ​ການ​ຊຸກຍູ້​ໄປ​ພ້ອມ​ກັບ​ຂະ​ບວນການ​ທາງການ​ເມືອງ. ປະຊາ​ຄົມ​ໂລກ​ຄວນ​ອອກ​ແຮງ​ຊຸກຍູ້​ຂະ​ບວນການ​ແກ້​ໄຂບັນຫາ​ຊີຣີ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ເມືອງ, ຈັດ​ກອງ​ປະຊຸມ​ເຊີ​​ແນວ​ຄັ້ງ​ທີ 2 ​ໂດຍ​ໄວ, ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຂອງ​ຊີຣີ​ແລະ​ປະ​ເທດ​ສຳຄັນ​ໃນ​ພາກ​ພື້ນ​ລ້ວນ​ແຕ່​ຄວນ​ເຂົ້າ​ຮ່ວມ​ຂະ​ບວນການ​ແກ້​ໄຂບັນຫາ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ເມືອງ.

ທ່ານ​ຫວາງ​ອີ້​ກ່າວ​ເນັ້ນ​ວ່າ, ວິ​ກິດ​ການ​ຊີຣີ​ໄດ້​​ແກ່ຍາວມາ​ເປັນ​ເວລາ​ດົນ​ນານ​ແລ້ວ, ຈີນ​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ສະພາບ​ການດ້ານ​ສິດທິມະນຸດທີ່​ໜັກໜ່ວງ​ຢູ່​ຊີຣີ. ປະຊາ​ຄົມ​ໂລກ​ຄວນ​ສືບ​ຕໍ່​​ໃຫ້ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ໃຫ້​ແກ່​ຊີຣີ​ພ້ອມ​ດ້ວຍປະ​ເທດ​ອ້ອມ​ຂ້າງ. ຈີນ​ໄດ້​ສະໜອງ​ເຄື່ອງ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ໃຫ້​ແກ່​ປະຊາຊົນ​ຊີຣີກໍ່​ຄື​ບັນດາປະ​ເທດ​ໃກ້​ຄຽງ​ຂອງ​ຊີຣີ, ​ແລະຍັງ​ຈະ​ໃຊ້​ມາດ​ຕະການ​ຊ່ວຍ​ເຫຼືອຕື່ມ​ອີກຕາມ​ຄວາມ​ສາມາດ​ຂອງ​ຕົນ.

ຕອນ​ທ່ຽງ​ວັນ​ທີ 25 ກັນຍາ​ນີ້ ໜ່ວຍ​ກວດກາ​ອາວຸດ​ເຄມີຂອງ​ສະຫະ​ປະຊາ​ຊາດ​ໄດ້​ເດີນທາງ​ໄປ​ຮອດ​ນະຄອນຫຼວງ​ດາ​ມັສຂອງ​ຊີຣີ​, ສະມາຊິກ​ຂອງ​ໜ່ວຍ​ກວດກາ​ທີ່​ກັບ​ຄືນ​ສູ່​ຊີຣີຈະ​ສືບ​ຕໍ່​ສືບສວນຂ່າວ​ລື​ທີ່​ຊີຣີ​ໄດ້​ໃຊ້​ອາວຸດ​ເຄມີ​ພາຍ​ໃນ​ປະ​ເທດ​ຕົນ.