ສະຫະ​ປະຊາ​ຊາດ​ຈັດ​ກອງ​ປະຊຸມສະ​ໄໝ​ວິສາມັນ​ກ່ຽວ​ກັບ​ຂະ​ບວນການບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ແຫ່ງ​ການ​ພັດທະນາ​

(GMT+08:00) 2013-09-26 16:44:38     cri

ຕອນ​ເຊົ້າ​ວັນ​ທີ 25 ກັນຍາ​ນີ້​, ກອງ​ປະຊຸມສະ​ໄໝ​ວິສາມັນ​ຂອງ​ສະມັດຊາ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ​ສະ​ໄໝ​ທີ 68 ກ່ຽວ​ກັບ​ຂະ​ບວນການ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ແຫ່ງ​ການ​ພັດທະນາໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນິວຢອກຂອງ​ອາ​ເມ​ລິ​ກາ. ປະມຸກ​ລັດ​ແລະ​ບຸກຄົນສຳຄັນທາງ​ກາ​ນ​ເມືອງ​ຂອງ​ຫຼາຍ​ປະ​ເທດ ​​ແລະ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ສະຫະ​ປະຊາ​ຊາດ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ຈຳນວນ​ໜຶ່ງ​ໄດ້​ປຶກສາ​ຫາລືໂດຍປິ່ນ​ອ້ອມບັນຫາ​ກ່ຽວ​ກັບຄວາມ​ພະຍາຍາມ​ຂອງ​ປະຊາ​ຄົມ​ໂລກ​ໃນ​ການ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ແຫ່ງ​ການ​ພັດທະນາ. ທ່ານ​ຫວາງ​ອີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແລະ​ກ່າວ​ຄຳ​ປາ​ໄສ.

 


ທ່ານ​ບັນ​ກີ​ມູນ ​ເລຂາທິການ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ກ່າວ​ວ່າ, ສະພາບ​ກາ​ນບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ແຫ່ງ​ການ​ພັດທະນາ​ຂອງ​ປະ​ເທດ​ຕ່າງໆ ມີ​ຄວາມ​ແຕກ​ຕ່າງ​ກັນ​ຢ່າງ​ຈະ​ແຈ້ງ, ​ສະ​ນັ້ນ​ຕ້ອງ​ເຮັດ​ວຽກ​ຫຼາຍ​ກວ່າ​ເກົ່າໃນ​ຫຼາຍ​ດ້ານຕື່ມ​ອີກ.

ທ່ານ​ຫວາ​ງອີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ໃນຄັ້ງ​ນີ້​ກ່າວ​ວ່າ, ​ໃນ​ຂະ​ບວນການ​ບັນລຸ​ເປົ້າ​ໝາຍດັ່ງກ່າວ, ຄວນ​ພະຍາຍາມ​ຮັບ​ຟັງ​ຄວາມ​ເຫັນ​ຂອງ​ປະ​ເທດ​ທີ່​ພວມ​ພັດທະນາ​ແລະ​ເຄົາລົບ​ສະພາບ​​ຕົວ​ຈິງ​ຂອງ​ປະ​ເທດຕ່າງໆ.

ທ່ານ​ຫວາງ​ອີ້​ຍັງ​ແຈ້ງ​ໃຫ້​ຊາບ​ວ່າ, ຈີນ​ແມ່ນ​ຜູ້​ຈັດ​ຕັ້ງ​ປະຕິບັດຢ່າງຕັ້ງໜ້າ​ໃນ​ການ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ແຫ່ງ​ການ​ພັດທະນາ​, ​ແມ່ນ​ປະ​ເທດ​ທີ່​ພວມ​ພັດທະນາ​ປະ​ເທດ​ທຳ​ອິດ​ທີ່​ໄດ້​ບັນລຸ​ເປົ້າ​ໝາຍ​ຫຼຸດຜ່ອນ​ຄວາມ​ທຸ​ກຍາກກ່ອນ​ເວລາ​ກຳນົດ.

ປະຈຸ​ບັນ, "ບົດ​ລາຍ​ງານ​ສະພາບ​ການ​ບັນລຸ​ເປົ້າ​ໝາຍສະຫັດ​ສະ​ວັດ​ແຫ່ງ​ການ​ພັດທະນາຂອງ​ຈີນ" ສະບັບ​ປີ 2013 ທີ່​​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແລະ​ອົງ​ການ​ສະຫະ​ປະຊາ​ຊາດ​ປະຈຳ​ຈີນຮ່ວມ​ກັນ​ຮຽບຮຽງ​ນັ້ນ ​ໄດ້ພິມ​ຈຳໜ່າຍ​ຢ່າງ​ເປັນ​ທາງ​ການ​ແລ້ວ.