ລັດຖະມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ການ​ປະ​ຕິ​ບັດ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ບຼິກສ​ຢ່າງ​ແທ້​ຈິງ,​ຖ້ອຍ​ຄຳ​ທີ່​ວ່າ​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ບຼິກສ​ຈະ​ບໍ່​ມີ​ປະ​ສິດ​ທິ​ຜົນ​ນັ້ນ​ກໍ່​ຈະ​ແຕກ​ສະ​ຫຼາຍ​ເອງ

(GMT+08:00) 2013-09-27 16:46:27     cri
ວັນ​ທີ 26 ກັນຍາ​ນີ້, ຢູ່​ນະຄອນ​ນີວຢອກ​ຂອງ​ອາ​ເມ​ລິ​ກາ,ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະລະລະຫວ່າງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ5​ປະ​ເທດ​ບຼິກສຄື​ເບຼຊີ​ນ,ຣັດ​ເຊຍ,ອິນ​ເດຍ,ຈີນ​ແລະ​ອາ​ຟິຼກກາ​ໃຕ້. ທີ່​ປະຊຸມ​ໄດ້​ປຶກສາ​ຫາລື​ບັນຫາ​ຕ່າງໆ​ເຊັ່ນ​ການ​ຮ່ວມ​ມື​ດ້ານ​ການ​ທະນາຄານ​ລະຫວ່າງ​ປະ​ເທດ​ບຼິກສ, ບັນຫາ​ຊີຣີ, ບັນຫາ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ​​ແລະ​ບັນຫາ​ອື່ນໆ​ອີກ, ​ແລະ​​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ຢ່າງ​ຫຼວງ​ຫຼາຍ.

ທ່ານ​ຫວາງ​ຢີ້ກ່າວ​ວ່າ, ກອງ​ປະຊຸມ​ຜູ້ນຳ​ປະ​ເທດ​ບຼິກສທີ່​ຈັດ​ຂຶ້ນ​ຢູ່​​ນະຄອນເດີ​ບັນຂອງ​ອາຟຼິກກາ​ໃຕ້​ໃນ​ປີ​ນີ້​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ດີ, ຈີນ​​ໃຫ້​ຄວາມ​ສຳຄັນ​ເປັນ​ຢ່າງ​ຍິ່ງ​​ຕໍ່​ວຽກ​ງານ​ການຈັດ​ຕັ້ງ​ປະຕິບັດ "​ແຜນການ​ດຳ​ເນີນ​ງານ​​ເດີ​ບັນ", ຫາກ​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ບຼິກສ​ເຫຼົ່າ​ນີ້​​ຢ່າງ​ແທ້​ຈິງ, ຖ້ອຍ​ຄຳ​ຕ່າງໆ​ເປັນ​ຕົ້ນ​ແມ່ນຄຳ​ເວົ້າ​ທີ່​ວ່າການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ບຼິ​ກສຈະບໍ່​ມີ​ປະສິດທິ​ຜົນນັ້ນ​ກໍ່​ຈະ​ແຕກ​ສະຫຼາຍ​​ໄປ​ເອງ. ທ່ານ​ຫວາງ​ຢີ້ກ່າວ​ວ່າ, ກອງ​ປະຊຸມ​ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ຂອງຜູ້ນຳ​ປະ​ເທດ​ບຼິກສທີ່​ຈັດ​ຂຶ້ນ​ໃນ​ຕົ້ນ​ເດືອນ​ກັນຍາ​ນີ້​ທີ່​​ແຊັນ ປີ​ເຕີ​ເບີກ ຂອງຣັດ​ເຊຍ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ດີ​ໃນ​ດ້ານ​ການ​ສ້າງ​ຕັ້ງ​ທະນາຄານ​ພັດທະນາ​ແລະ​ຄັງ​ສຳຮອງ​ສຸກ​ເສີນ. ນອກ​ນີ້, ຝ່າຍ​ຕ່າງໆ​ຄວນ​ກະກຽມ​​ເພື່ອ​ກອງ​ປະ​ຊຸມ​ພົບ​ປະລະ​ຫວ່າງ​ຜູ້ນຳ​ປະ​ເທດ​ບຼິກສຄັ້ງ​ທີ 6 ​ໃຫ້​ດີ, ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ບຼິກສ​ໃຫ້​ກ້າວ​ໜ້າ​ໄປ​ສູ່​ເປົ້າ​ໝາຍ​ທີ່​ເປັນ​ຕະຫຼາດ​ໃຫຍ່​ແຫ່ງ​ການ​ຄ້າ​ແລະ​ການ​ລົງ​ທຶນ, ການ​ຈໍ​ລະ​ຈອນ​ຢ່າງ​ຂະ​ໜາດ​ໃຫຍ່​ຂອງ​ການ​ເງິນ​ແລະ​ເງິນ​ຕາ, ການ​ເຊື່ອມ​ຈອດ​ກັນ​ໃນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ, ການ​ແລກ ​ດ້ານ​ວັດ​ທະ​ນະ​ທຳ​ສັງ​ຄົມ​ລະ​ຫວ່າງ​ປະ​ຊາ​ຊົນ​ປະ​ເທດ​ບຼິກສ​ໃຫ້​ມີ​ຂະໜາດ​ກວ້າງ​ຂວາງ​ຂຶ້ນ​.