ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, ການ​ຕໍ່​ຕ້ານ​ການ​ຄ້າ​ອາ​ວຸດ​ຂະ​ໜາດ​ເບົາ​ຢ່າງ​ຜິດ​ກົດ​ໝາຍ​ຄວນ​ແກ້​ໄຂ​ດ້ວຍ​ການ​ກວດ​ກາ​ແລະ​ປ້ອງ​ກັນ​ໄປ​ພ້ອມ

(GMT+08:00) 2013-09-27 16:48:03     cri
ວັນ​ທີ 26 ກັນຍາ​ນີ້, ຢູ່​ສຳ​ນັກ​ງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ທີ່​ນະຄອນ​ນີວຢອກ​ຂອງ​ອາ​ເມ​ລິ​ກາ, ທ່ານ​ຫຼິວ​ເຈ​ຢີ່ ຜູ້ຕາງໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​ກ່າ​ວວ່າ, ການ​ຕໍ່ຕ້າ​ນການ​ຄ້າ​ອາວຸດ​ຂະໜາດ​​ເບົາ​ຢ່າງ​ຜິດ​ກົດໝາຍ​ ​ຄວນ​ແກ້​ໄຂ​ດ້ວຍ​ການ​ກວດ​ກາ​ແລະ​ປ້ອງ​ກັນ​ໄປ​ພ້ອມ​ກັນ, ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ,​ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ຊຸກຍູ້​ການ​ແກ້​ໄຂ​ບັນຫາ​ກ່ຽວ​ກັບ​ການ​ຄ້າ​ອາວຸດ​ຂະໜາດ​ເບົາ​ຢ່າງ​ຜິດ​ກົດ​ໝາຍ. ພ້ອມ​ດຽວ​ກັນ,ທ່ານ​ຫຼິວ​ເຈ​ຢີ່ກ່າວ​ເນັ້ນ​ວ່າ, ການ​ຕໍ່​ຕ້ານການ​ຄ້າ​ອາວຸດ​ຂະໜາດ​ເບົາ​ຢ່າງ​ຜິດ​ກົດ​ໝາຍ​ຄວນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ອົງ​ການ​ສະ​ຫະ​ປະຊາ​ຊາດ​ທີ່​ເປັນ​ຊ່ອງ​ທາງ​ຕົ້ນຕໍ, ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ, ລັດ​ຖະ​ບານ​ຂອງ​ປະ​ເທດ​ຕ່າງ​ໆຄວນ​ເພີ່ມ​ທະ​ວີ​ການ​ສ້າງ​ຄວາມ​ສາມາດ​ໃນ​ດ້ານ​ນີ້.

ທ່ານ​ຫຼິວ​ເຈ​ຢີ່ກ່າວ​ວ່າ, ລັດຖະບານ​ຈີນ​​ເດັດດ່ຽວ​ຄັດຄ້ານ​ການ​ຄ້າ​ອາວຸດ​ຂະໜາດ​ເບົາ​ຢ່າງ​ຜິດກົດໝາຍ​ຕະຫຼອດ​ມາ, ຈີນ​ເຂົ້າ​ໃຈ​ແລະ​ເຫັນ​ໃຈຢ່າງ​ສຸດ​ຊຶ້ງຕໍ່ຄວາມ​ເປັນຫ່ວງ​ຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ກ່ຽວຂ້ອງ. ຫຼາຍ​ປີຜ່ານມາ, ຈີນ​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ສາກົນ​ທີ່​ກ່ຽວ​ຂ້ອງ​ຕະ​ຫຼອດ​ມາ, ​ແລະ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ພາຍ​ໃນ​ປະ​ເທດ​ຊຶ່ງ​ໄດ້ປະກອບສ່ວນ​ໃນ​ການ​ຕໍ່ຕ້ານ​ການ​ຄ້າ​ອາວຸດ​ຂະໜາດ​ເບົາ​ຢ່າງ​ຜິດ​ກົດ​ໝາຍ​ຢ່າງ​ແທ້​ຈິງ.