ປາ​ນາມາ​ຈະ​ປັບ​ໄໝ 1 ລ້ານ​ໂດ​ລາຕໍ່​ກຳ​ປັ່ນ​ສິນຄ້າ​ ສປປ​ ​ເກົາຫຼີທີ່​ຕົນ​ກັກ​ໄວ້

(GMT+08:00) 2013-09-27 17:12:43     cri
ວັນ​ທີ 26 ກັນຍາ​ນີ້, ທ່ານ​ຢອດ​ກິ​ຢາ​ໂນ ຫົວໜ້າ​ກົມ​ຄຸ້ມ​ຄອງ​ຄອງ​ປາ​ນາມາ​ໄດ້​ຖະ​ແຫຼ​ງຕໍ່​ສື່​ມວນ​ຊົນ​ປາ​ນາ​ມາ​ວ່າ, ກົມ​ຄຸ້ມຄອງ​ຄອງ​ປາ​ນາມາ​ຈະ​ປັບ​ໄໝ 1 ລ້ານ​ໂດ​ລາ​ຕໍ່​ກຳ​ປັ່ນ​ສິນຄ້າ​ທີ່​ມີ​ຊື່ວ່າ "ຊົງ​ຊົນ​ກາງ"ຂອງ ສປປ ​ເກົາຫຼີ.

ທ່ານ​ກິຢາ​ໂນ​ກ່າວ​ວ່າ, ກົມ​ຄຸ້ມ​ຄອງ​ຄອງປາ​ນາມາ​ໄດ້​ແຈ້ງ​ຂໍ້​ຕົກລົງ​ ​ປັບ​ໄໝດັ່ງກ່າວ​ນີ້​ໃຫ້​​ເຈົ້າ​ຂອງເຮືອ​ຊາບ​ແລ້ວ,ກຳ​ປັ່ນ​ທີ່​ຖືກ​ກັກ​ໄວ້​ນັ້ນ​ຕ້ອງ​ຈ່າຍ​ຄ່າ​​ປັບໄໝ​ຈຳນວນ2/3​ກ່ອນເພື່ອ​ເປັນ​ເງິນ​ມັດຈຳ​ແລ້ວ ຈິ່ງ​ຈະ​​ໄດ້​ຮັບ​ການ​ປ່ອຍ​ຕົວ​ໄດ້.ທ່ານ​ກ່າວ​ວ່າ, ອາວຸດທີ່​ບັນທຸກ​ໄວ້​ເທິງ​ກຳ​ປັ່ນ"ຊົງ​ຊົນ​ກາງ"ທີ່​ບໍ່​ໄດ້​​ແຈ້ງ​ໃນ​ບັນຊີ​ນັ້ນ​ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ປອດ​ໄພ​ຂອງ​ຄອງນ້ຳ​ພ້ອມ​ດ້ວຍ​ຜູ້​ຄົນ​ຂອງ​ປາ​ນາມາ.

ກຳ​ປັ່ນ​ການ​ຄ້າ "ຊົງ​ຊົນ​ກາງ" ຂອງ​ສປປ​ ​ເກົາຫຼີ​ໃນ​ເວລາ​ເດີນ​ຜ່ານຄອງ​ປາ​ນາ​ມາ​ໃນ​ວັນ​ທີ 10 ກໍລະກົດ​ຜ່ານ​ມາ​ນັ້ນ, ຖືກ​​ເຈົ້າ​ໜ້າ​ທີ່​ປາ​ນາ​ມາ​ກັກ​ໄວ້​ຢູ່​ທ່າ​ກຳ​ປັ່ນ​ໂຄ​ລອ​ນ​ທີ່ຢູ່​ພາກ​ເໜືອໃນ​ຂໍ້​ອ້າງ​ ​ກວດກາຢາ​ເສບ​ຕິດ. ຫຼັງ​ຈາກ​ນັ້ນ 5 ມື້, ​ເຈົ້າ​ໜ້າ​ທີ່​ປາ​ນາມາ​ໄດ້​ປະກາດ​ເປັນ​ເທື່ອ​ທຳ​ອິດ​ວ່າ​ຢູ່​ໃຕ້​ສິນຄ້າ​ທີ່​ເປັນນ້ຳຕານທີ່​ບັນທຸກ​ໄວ້​ເທິງ​ກຳ​ປັ່ນ​ນັ້ນ​ໄດ້​ຊຸກ​ເຊື່ອງ​ ​ອາວຸດ​ຍຸດ​ໂທ​ປະກອນ​ທີ່ບໍ່​ໄດ້​ແຈ້ງ​ໃນ​ບັນຊີ. ກູ​ບາ​ໄດ້ອອກ​ຖະ​ແຫຼ​ງການ​ໃນ ວັນ​ທີ 16 ກໍລະກົດ​ຜ່ານ​ມາ​ວ່າ, ຢູ່​ເທິງ​ກຳ​ປັ່ນ​ລຳ​ດັ່ງກ່າວ​ມີ​ອາວຸດ​​ເກົ່າ​ແກ່​ທີ່​ເປ່​ເພແລ້ວ 240 ​ໂຕນ, ຕາມ​ແຜນການ​ຈະ​ຂົນ​ສົ່ງ​ໄປ ສປປ ​ເກົາຫຼີ​ເພື່ອ​ສ້​ອມ​ແປງ​ແລ້ວ​ຈິ່ງ​ຂົນ​ສົ່ງ​ກັບ​ຄືນ​ສູ່​ກູ​ບາ.