ຕຶກ​ອາ​ຄານ​ຫຼັງ​ໜຶ່ງ​ຢູ່​ນະ​ຄອນ​ມຸມ​ບາຍ​ຂອງ​ອິນ​ເດຍ​ພັງ​ທະ​ລາຍ​ລົງ ​ເຮັດ​ໃຫ້ 50 ກວ່າ​ຄົນ​ຖືກ​ຝັງ​ຢູ່​​ໃຕ້​ກອງ​ຊາກ​ສະຫຼັກ​ຫັກ​ພັງ

(GMT+08:00) 2013-09-27 17:23:05     cri

ຕຶກ​ອາຄານ​ທີ່ມີ 5 ຊັ້ນ ຫຼັງ​ໜຶ່ງ​ຢູ່ພາກ​ໃຕ້​ຂອງ​ນະ​ຄອນ​ມຸມ​ບາຍ ​ເມືອງ​ໃຫຍ່​ທີ່​ສຸດ​ຂອງ​ອິນ​ເດຍ​ໄດ້​ພັງ​ທະ​ລາຍ​ລົງ​ຢ່າງ​ກະ​ທັນ​ຫັນ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ກັນ​ຍາ​ນີ້, ຊຶ່ງ​ເຫດ​ການ​ນີ້​ຢ່າງ​ໜ້ອຍ​ໄດ້​ເຮັດ​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ 5 ຄົນ, 50​ກວ່າ​ຄົນ​ຖືກ​ຝັງ​ຢູ່​​ໃຕ້​ກອງ​ຊາກ​ສະ​ຫຼັກ​ຫັກ​ພັງ.

ຕາມ​ຂ່າວ​ແຈ້ງວ່າ, ຕຶກ​ອາຄານຫຼັງ​ນີ້​ແມ່ນ​ຫໍ​ພັກ​ຂອງຄອບຄົວ​ພະນັກງານ​ບໍ​ລິ​ສັດ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ເມືອງ​ບຸ​ມບາຍ, ​ເຫດການ​ໃນ​ຄັ້ງ​ນີ້​ເກີດ​ຂຶ້ນ​ໃນ​ເວລາ 6 ​ໂມງ​​ເຊົ້າ, ປະຊາຊົນ​ສ່ວນ​ຫຼາຍ​ຍັງ​ນອນ​ຫຼັບ​ຢູ່, ດ້ວຍ​ເຫດ​ນີ້,​ຈິ່ງ​ມີ​ຄົນ​ຈຳນວນ​ຫຼວງ​ຫຼາຍ​ຖືກ​ຄ້າງ​ຢູ່​ໃຕ້​ກອງ​ຊາກ​ສະຫຼັກ​ຫັກ​ພັງ.

ພາຍຫຼັງ​ເຫດການ​ເກີດ​ຂຶ້ນ​ແລ້ວ, ​ເຈົ້າ​ໜ້າ​ທີ່ດັບ​ເພີງ​ແລະ​​ເຈົ້າ​ໜ້າ​ທີ່​ກູ້​ໄພ​ໄດ້​ເດີນທາງ​ໄປ​ສະຖານ​ທີ່​ເກີດ​ເຫດ​ເປັນ​ການ​ດ່ວນເພື່ອ​ດຳ​ເນີນ​ການ​ກູ້​ໄພ. ​ຜູ້​ຮັບຜິດຊອບ​ວຽກ​ງານ​ການ​ກູ້​ໄພ​ຜູ້​ໜຶ່ງ​ກ່າວ​ວ່າ, ຖ້າວ່າການ​ກູ້​ໄພ​ດຳ​ເນີນ​ໄປ​ດ້ວຍ​ດີ, ກໍອາດ​ຈະ​ສາມາດ​ຫຼີກ​ເວັ້ນບໍ່​ໃຫ້​ມີ​ຜູ້​ເສ​ຍຊີວິດ​ໄດ້.

ໄລຍະ​ເດືອນ​ມິຖຸນາ​ຫາ​ເດືອນ​ກັນຍາ​​ແຕ່ລະ​ປີ​ແມ່ນ​ລະດູ​ຝົນ​ຂອງ​ອິນ​ເດຍ. ​ໃນ​ຫຼາຍ​ມື້​ມາ​ນີ້, ມຸມ​ບາຍ​ມີ​ຝົນຕົກ​ໜັກ​ຢ່າງ​ຕໍ່​ເນື່ອງ, ຊຶ່ງ​ອາດ​ຈະ​ເປັນສາ​ເຫດ​ຕົ້ນຕໍ​ທີ່​ເຮັດ​ໃຫ້​ອາຄານ​ພັງ​ທະລາ​ຍ​ໃນ​ຄັ້ງ​ນີ້.