6 ປະ​ເທດທີ່​ກ່ຽວຂ້ອງກັບ​ບັນຫາ​ນິວ​ເຄຼຍຂອງອີຣານ​ໄດ້ບັນລຸ​ຄວາມເປັນ​ເອກະສັນ​ກັນ​ກັບ​ອີຣານ​ໂດ​ຍຈະ​ສືບ​ຕໍ່​ປຶກສາ​ຫາລື​ບັນຫາ​ນິວ​ເຄຼຍຂອງ​ອີຣານຢູ່​ທີ່​ເຊີ​ແນວ​ໃນ​ເດືອນ​ຕຸລາ​ໜ້າ​ນີ້

(GMT+08:00) 2013-09-27 11:19:29     cri
ຕາມ​ຂ່າວCRI: ວັນ​ທີ 26 ກັນຍາ​ນີ້, ຜູ້​​ແທນ 6 ຝ່າຍທີ່​ກ່ຽວຂ້ອງ​ກັບບັນຫາ​ນິວ​ເຄຼຍຂອງ​ອີຣານ​ໄດ້​ພົບ​ປະເຈລະຈາ​ກັບ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອີຣານຢູ່​ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ນິວຢອກ. ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ກ່າວ​ວ່າ, ການ​ເຈລະຈາ​ໃນ​ຄັ້ງ​ນີ້​ມີ​ລັກສະນະ​ສ້າງສັນ, ​ແລະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຈຳນວນ​ໜຶ່ງ​ໃນ​ການຈະ​ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງ​ອີຣານ​ແນວ​ໃດ, ​ແຕ່​ການ​ເຈ​ລະ​ຈາ​ທີ່​ມີ​ລັກສະນະ​ທາດ​ແທ້​ຕ້ອງ​ລໍຖ້າ​ຈົນ​ຮອດ​ກາງ​ເດືອນ​ຕຸລາ​ໜ້າ​ນີ້​ຈຶ່ງຈະ​ເລີ່​ມດຳ​ເນີນ​ຢູ່​ເຊີ​ແນວ​ຂອງ​ສະ​ວິສ.

ກ່ຽວ​ກັບ​ບັນຫາການ​ລົງ​ໂທດ​ຈາກສາກົນ, ທ່ານ​ໂມ​ຮາ​ມັດ ຈາ​ວັດ ຈາຣິຟ໌ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອີຣານກ່າວ​ວ່າ, ການ​​ລົງ​ໂທດ​ພຽງ​ແຕ່ຈະ​​ເຮັດ​ໃຫ້​​ເກີດ​ມີຜົນກົງກັນຂ້າມ​ເທົ່າ​ນັ້ນ, ທ່ານ​ຫວັງ​ຢາກ​ໃຫ້ການ​ລົງ​ໂທດ​​ແຕ່ຝ່າຍ​ດຽວ​ແລະ​ຫຼາຍ​ຝ່າຍ​ຕ່າງໆ​ສາມາດ​ຍົກ​ເລີກ​​ໄປໂດຍ​ໄວ.

ກ່ອນ​ໜ້າ​ນີ້​, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ອາ​ເມ​ລິ​ກາ ທ່ານ​ຮັສຊັນ ​ໂຣຮາ​ນີ ປະທານາທິບໍດີ​ອີຣານກ່າວວ່າ, ທ່ານ​ຫວັງ​ວ່າ​ຈະ​ສາມາດ​ບັນລຸ​ຂໍ້​ຕົກລົງກັບ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ໃນ​​ໄລຍະ​ 3 ຫາ 6 ​ເດືອນຕໍ່ໜ້າ​ນີ້.