ຈີນ​ແລະ​ອາ​ຊຽນຈະ​ເພີ່ມ​ທະວີ​ການ​ປະສາ​ນງານ​ແລະ​ການ​ຮ່ວມ​ມື​ໃນ​ດ້ານ​ການຄວບ​ຄຸມ​ແລະ​ປາບ​ປາມຢາ​ເສບ​ຕິດ

(GMT+08:00) 2013-09-27 12:03:50     cri
ກອງ​ປະຊຸມ​ປະສານ​ງານ​ດ້ານ​ການຄວບ​ຄຸມ​ແລະ​ປາບ​ປາມ​ຢາ​ເສບ​ຕິດ​ອາ​ຊຽນ-ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຢາງ​ກຸ້ງ​ຂອງ​ມຽນມາ​ໃນວັນ​ທີ 26 ກັນຍາ​ນີ້. ​ເຈົ້າ​ໜ້າ​ທີ່​ດ້ານ​ການຄວບ​ຄຸມ​ແລະ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ຈີນ​ແລະ​ອາ​ຊຽນກ່າວ​ວ່າ​ຄວນ​ເພີ່​ມທະວີ​ການ​ປະສານ​ງານ​ແລະ​ການ​ຮ່ວມ​ມື​ໃນ​ດ້ານ​ການຄວບ​ຄຸມ​ແລະ​ປາບ​ປາມຢາ​ເສບ​ຕິດ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ເວີ້​ຍສຽວ​ຈຸ່ນ ຮອງ​ເລຂາທິການ​ໃຫຍ່​ຄະນະ​ກຳມະການຄວບ​ຄຸມ​ແລະ​ປາບ​ປາມ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ​ໂດຍກ່າວ​ວ່າ, ຈີນ​ໄດ້​ເອົາ​ໃຈ​ໃສ່​​ ສະໜັບ​ສະ​ໜູນ​​ແລະ​​ຕັ້ງໜ້າເຂົ້າ​ຮ່ວມ​ການ​ຮ່ວມ​ມື​ດ້ານ​ການ​ຄວບ​ຄຸມ​ແລະ​ປາບ​ປາມ​ຢາ​ເສບ​ຕິດ​ລະ​ຫວ່າງ​ຈີນ-ອາ​ຊຽນມາ​ໂດຍ​ຕະຫຼອດ. ປີ 2012 ຈີນ​​ໄດ້ສືບ​ຕໍ່ຮັກສາ​ການ​ພົວພັນ​ຮ່ວມ​ມື​ດ້ານ​ການຄວບ​ຄຸມ​ແລະ​ປາບ​ປາມ​ຢາ​ເສບ​ຕິດກັບປະ​ເທດອາ​ຊຽນຄື: ມຽນມາ ລາວ ​ໄທ ຫວຽດນາມ​ແລະ​ກຳປູ​ເຈຍ​ເປັນ​ຢ່າງ​ດີ. ລັດຖະບານ​ຈີນ​ຍັ​ງ​ໄດ້​ຮ່ວມ​ກັບ 3 ປະ​ເທດ​ລາວ ມຽນມາ ​ແລະ​ໄທ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ກົນ​ໄກ​ຮ່ວມ​ມືດ້ານ​ການ​ປະຕິບັດ​ກົດໝາຍ​ຢູ່​​ເຂດ​ລ້ອງແມ່​ນ້ຳຂອງ, ​ໄດ້ທຳລາຍ​ກຸ່ມຄ້າຂາຍ​ຢາ​ເສບ​ຕິດ​ໜໍ່​ຄຳ, ​ໄດ້ລິ​ເລີ່​ມ​​ແລະດຳ​ເນີນ​ການ​ເຄື່ອນ​ໄຫວ​ປາບ​ປາມ​ຢາ​ເສບ​ຕິດ​ຮ່ວມ​ "ເຮັດ​ໃຫ້​ທາງ​ເດີນ​ເຮືອ​ມີ​ຄວາມ​ສະຫງົບ​ປອດ​ໄພ"ຢູ່​ເຂດ​ລ້ອງ​ແມ່​ນ້ຳຂອງ, ​ໄດ້​ໂຈມ​ຕີກຸ່ມ​ກໍ່​ອາ​ຊະ​ຍາ​ກຳຂ້າມ​ຊາດ​ທີ່​ຕິດ​ພັນ​ກັບ​ຢາ​ເສບ​ຕິດຢ່າງ​ແຂງ​​ແຮງ.

​ໃນ​ກອງ​ປະຊຸມ​ວຽກ​ງານ​ໂຈມ​ຕີ​ຜູ້​ກໍ່​ອາ​ຊະ​ຍາ​ກຳ​ທີ່​ຕິດ​ພັນ​ກັບຢາ​ເສບ​ຕິດລະຫວ່າງອາ​ຊຽນ​​ກັບ​ຈີນ ຍີ່ປຸ່ນ ​ແລະ ສ.​ເກົາຫຼີ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ກັນຍາ​ນີ້, ທ່ານ​ເວີ້​ຍສຽວ​ຈຸ່ນ​ກ່າວ​ເນັ້ນ​ວ່າ, ຈີນ​​​ໄດ້​ເອົາ​ໃຈ​ໃສ່ຕໍ່​ວຽກ​ງານຄວບ​ຄຸມ​ການ​ຜະລິດ​ຢາ​ເສບ​ຕິດ​ມາ​ໂດຍ​ຕະຫຼອດ, ປະຕິບັດ​ມາດ​ຕະການ​ຕິດຕາມ​ຄຸ້ມ​ຄອງການ​ບໍລິຫານ​​ຕ່າງໆ​ຢ່າງ​​ເຄັ່ງ​ຄັດ, ພະຍາຍາມ​​ປ້ອງ​ກັນ​ບໍ່​ໃຫ້​ວັດຖຸ​ເຄມີ​ທີ່​​ໃຊ້​ໃນ​ການ​ຜະລິດ​ຢາ​ເສບ​ຕິດ​ໄດ້​ງ່າຍ​ຈໍລະ​ຈອນ​ເຂົ້າ​ສູ່​ຊ່ອງ​ທາງ​ທີ່​ບໍ່​ສອດຄ່ອງ​ກັບ​ກົດໝາຍ​. ທ່ານ​ກ່າວ​ວ່າ, ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ສ.​ເກົາຫຼີ​ແລະ​ຍີ່ປຸ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​​ການ​ປະຕິບັດ​ກົດໝາຍ​​ໃນ​ການ​ຄວບ​ຄຸມ​ແລະ​ສະກັດ​ກັ້ນ.