ປະທານາ​ທິບໍດີ​ອາ​ເມ​ລິ​ກາ​ແລະ​ອີຣານ​ໂທລະສັບ​ລົມ​ກັນ,ທັບ​ມ້າງ​ສະພາບ​ການ​ຕ່າງປະ​ເທດ​ທີ່ແຂງ​ກະດ້າງ​​ເປັນ​ເວລາ30ກວ່າ​ປີ

(GMT+08:00) 2013-09-28 13:37:42     cri

ຕາມ​ຂ່າວCRI: ວັນ​ທີ 27 ກັນຍາ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ໂທລະສັບ​ລົມ​ກັບ​ທ່ານ​ຮາ​ຊານ ​ຣູຮາ​ນີ ປະທານາທິບໍດີ​ອີຣານກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍອີຣານ, ​ແລະ​ຫວັງ​ວ່າ,ການ​ແລກປ່ຽນ​ກັນ​ຄັ້ງ​ທຳ​ອິດ​ລະຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ​ນັບ​ແຕ່ 30 ກວ່າ​ປີ​ມາ​ນີ້​ສາມາດ​ຊຸກ​ຍູ້​ປະຫວັດ​ອັນຫຍຸ້ງຍາ​ກລຳບາກ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍ​ໄປ​ໜ້າ.

ທ່ານປະທານາທິບໍດີ​ໂອ​ບາ​ມາ​ເປີດ​ເຜີຍ​​ໃຫ້​ຮູ້​ວ່າ, ​ໃນ​ເວລາ​ໂທລະສັບ​ລົມ​ກັນ, ທ່ານ​ໄດ້ກ່າວ​ຢ້ຳຫຼັກໝັ້ນ​ທີ່​ທ່ານ​ບັນ​ລະ​ຍາຍ​ໃນ​ເວລາ​ກ່າວຄຳ​ປາ​ໄສ​ຢູ່​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​, ກໍ​ຄື, ທ່ານ​ເຊື່ອ​ວ່າ​ບັນຫາ​ນິ​​ວ​ເຄຼຍອີຣານຈະ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງຮອບດ້ານ​ໃນ​ທີ່​ສຸດ.

ທ່ານປະທານາທິບໍດີ​ໂອ​ບາ​ມາກ່າ​ວວ່າ, ທ່ານ​​ສັ່ງ​​ໃຫ້​ທ່ານ​ຈອນ ​ເກຣີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ສືບ​ຕໍ່​ຕິດ​ຕໍ່ພົວພັນ​ກັບ​ລັດຖະບານ​ອີຣານ​ໂດຍ​ທາງ​ກາ​ນທູດ, ສ່ວນ​ທ່ານ​ປະທານາທິບໍດີ​ຣູຮາ​ນີກໍ່​ໄດ້​ສັ່ງ​ໃຫ້​ພາກສ່ວນທີ່​ກ່ຽວຂ້ອງ​ຂອງ​ອີຣານສືບ​ຕໍ່​ຮ່ວມ​ມື​ກັບ 5 ປະ​ເ​ທດສະມາ​ຊິກຖາ​ວອນຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ແລະເຢັຍລະ​ມັນ​, ​ເພື່ອຊຸກ​ຍູ້​ຂະ​ບວນການດັ່ງກ່າວ.

ສື່​ມວນ​ຊົນ​ອາ​ເມ​ລິ​ກາ​​ໄດ້​​ເຈາະ​ຈົງລາຍ​ງານ​ຂ່າວ​ດັ່ງກ່າວ​ໂດຍ​ກ່າວ​ວ່າ​ນີ້ແມ່ນ "ການ​ບຸກທະລຸ​ປະ​ຫວັດ​ສາດ", ​ແມ່ນ "​ໄຊ​ຊະນະຂອງ​ນະ​ໂຍບາຍການ​ຕ່າງປະ​ເທດ​ໂອ​ບາ​ມາ". ອີກ​ດ້ານ​ໜຶ່ງ,ຍັງ​ມີ​ສຽງສົງ​ໄສ​ຢູ່.