ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ອວຍພອນວັນຊາດ​ຈີນ

(GMT+08:00) 2013-09-28 14:26:59     cri

ເນື່ອງ​​ໃນ​ໂອກາດ​ວັນ​ສ້າງ​ຕັ້ງ​ສາທາລະນະ​ລັດ​ປະຊາ​ຊົນ​ຈີນ​​ຄົບຮອບ 64 ປີ​ຈະ​ມາ​ເຖິງ​ນີ້​, ວັນ​ທີ 27 ກັນຍາ​ນີ້, ທ່ານ​ຈອນ ​ເກຣີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາເມລິກາ​ໄດ້​ເປີດ​ເຜີຍອວຍພອນ, ຕາງໜ້າທ່ານ​ປະທານາທິບໍດີ​ມາຣັກ ​ໂອ​ບາ​ມາ ​ແລະ ປະຊາຊົນ​ອາ​ເມ​ລິ​ກາສະ​ແດງ "ຄວາມ​ອວຍພອນ​ອັນ​ດີ​ງາມ​ທີ່​ສຸດ" ​ໄປ​ຍັງ​ປະຊາຊົນ​ຈີນ. ທ່າ​ນຍັງ​ໄດ້​ຍ້ອງຍໍ​ວ່າ, ​ແຕ່​ປີ​ນີ້​ເປັນ​ຕົ້ນ​ມາ​ທັງ​ສອງ​ປະ​ເທດ,ຈີນ ກັບ ອາ​ເມ​ລິ​ກາ​ໄດ້​ທຳ​ຄວາມ​ພະຍາຍາມ​ເພື່ອ​ເປີດ​ກວ້າງ "ການ​ຮ່ວມ​ມື​ອັນ​ຕັ້ງໜ້າ ​ແລະ ຮອບດ້ານ".

ທ່ານ​ເກຣີກ່າ​ວວ່າ, ນັບ​ແຕ່​ທ່ານຣີຊາດ ມີ​ຮູ​ສ໌ ນີກ​ເຊີ​ຢ້ຽມຢາມ​ຈີນ​ໃນ 41 ປີ​ກ່ອນມາ​ນີ້, ການ​ພົວພັນ​ອາ​ເມ​ລິ​ກາ-​ຈີນ​ໄດ້​ຮັບ​ການ​ຂະ​ຫຍາ​ຍຕົວທີ່​ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ. ສອງ​ປະ​ເທດ​ພ້ອມ​ກັນພະຍາຍາມ​ສ້າງ​ການ​ພົວພັນ​ທີ່​ສຸກ​ງອມ, ​ເພື່ອຮັບປະກັນ​ເສດຖະກິດຈະ​ເລີ​ນຮຸ່ງ​ເຮືອງ​ບໍ່​ແມ່ນ​ເກ​ມສ໌ແບບ​ຝ່າຍ​​ໃດ​ໜຶ່ງ​ເສຍປຽບ(Zero-sum Game), "ຈີນທີ່​ຈະ​ເລີ​ນຮຸ່ງ​ເຮືອງ​ມີ​ຜົນ​ດີ​ຕໍ່​ອາ​ເມ​ລິ​ກາ, ອາ​ເມ​ລິ​ກາ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງ​ກໍ່​ມີ​ຜົນ​ດີ​ຕໍ່​ຈີນ​ເຊັນ​ກັນ".