ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ແລະ​ອາ​ເມ​ລິ​ກາ​ໄດ້​ພົບ​ປ​ະ​ເຈລະຈາກັນ

(GMT+08:00) 2013-09-28 14:07:34     cri
ຕາມ​ຂ່າວCRI, ວັນ​ທີ27​ກັນຍາ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ຮົງ​​ເຫຼີຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ໃນ​ໄລຍະ​ທີ່​ທ່ານ​ວາງ​ອີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ໃຫຍ່ສະຫະ​ປະຊາ​ຊາດ, ທ່ານ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຈອນ ​ເກຣີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຕາມການສະ​ເໜີ​ໃນ​ວັນ​ທີ26​ກັນຍາ​ນີ້, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ, ຕິດ​ແທດ​ຕົວ​ຈິງ​ແລະ​ມີ​ລັກສະນະ​ສ້າງສັນ​ ຕໍ່​ບັນຫາ​ຊີຣີ, ບັນຫາ​ນິວ​ເຄຼຍຂອງ​ແຫຼມ​ເກົາຫຼີ, ບັນຫາ​ນິວ​ເຄຼຍອີຣານ​ແລະ​ບັນຫາ​ທະ​ເລ​ຈີນ​ໃຕ້.

​ໃນ​ກອງປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ຮົງ​ເຫຼີ​ຍກ່າວ​ວ່າ, ​ໃນ​ການ​ພົບ​ປະ​ຄັ້ງ​ນີ້, ກ່ຽວ​ກັບ​ບັນຫາ​ຊີຣີ, ສອງ​ຝ່າຍ​ລ້ວນ​ແຕ່​ຫວັງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ສາມາດ​ຜ່ານ​ມະຕິ​ກ່ຽວ​ກັບ​ບັນຫາ​ອາວຸດ​ເຄມີ​ຂອງ​ຊີຣີ​ໂດຍ​ໄວ, ​ແລະ​ກ່າວ​ເນັ້ນ​ວ່າ, ຄວນ​ປົກປັກ​ຮັກສາຄວາມ​ສາມັກຄີ​ຂອງ​ສະພາ​ຄວາມ​ໝັ້ນຄົງ. ຝ່າຍຈີນ​ຍິນ​ດີ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກ​ສະນະ​ສ້າງ​ສັນ​​ເພື່ອ​ເລື່ອງ​ນີ້, ​ແລະ​​ໄດ້​ເນັ້ນ​ໜັກ​​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ແກ້​ໄຂ​ບັນຫາ​ຊີຣີ​ໂດຍທາງ​ການ​ເມືອງ. ​ໃນ​ບັນຫາ​ນິ​ວ​ເຄຼຍ​ຂອງແຫຼມ​ເກົາຫຼີ, ສອງ​ຝ່າຍ​ລ້ວນ​ແຕ່​ພະຍາຍາມ​ເພື່ອ​​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ, ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ. ຝ່າຍຈີນ​ເຫັນ​ວ່າ, ຄວາມ​ເອົາ​ໃຈ​ໃສ່​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ສປປ​ເກົາຫຼີ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ, ຫວັງ​ໃຫ້​ອາ​ເມ​ລິ​ກາ​ຈົ່ງ​ມີ​ການ​ຕິດ​ຕໍ່​ພົວພັນ​ຫຼາຍ​ກວ່າ​ເກົ່າ​ກັບສປປ​ເກົາຫຼີ. ມີ​ແຕ່​ບັນດາ​ຝ່າຍ​ລ້ວນ​ແຕ່​ປະຕິບັດ​ຕາມ​ຖະ​ແຫຼ​ງການ​ຮ່ວມ19​ກັນຍາ, ປະຕິບັດ​ຕາມ​ພັນທະ​ແລະ​ໜ້າ​ທີ່​ຂອງ​​ໃຜລາວ, ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ຈິ່ງ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ແທ້​ຈິງ.

​ໃນ​ການ​ພົບ​ປະ, ຝ່າຍຈີນ​ຍັງ​ໄດ້​ບັນຍາຍ​ຄວາມ​ເຫັນ​ຂອງ​ຈີນ​ທີ່​ມີ​ຕໍ່​ບັນຫາ​ນິວ​ເຄຼຍອີຣານ​ໃນ​ປັດ​ຈຸ​ບັນ, ຫວັງ​ໃຫ້​ຝ່າຍ​ຕ່າງໆ​ຈົ່ງ​ກຳ​ໂອກາດ​ໃນ​ປັດຈຸບັນ. ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້, ຝ່າຍຈີນ​ຫວັງ​ໃຫ້​ຝ່າຍອາ​ເມ​ລິ​ກາ​ຈົ່ງ​ພິຈາລະນາ​ແລະ​ຊຳລະ​ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງ​ຢ່າງ​ທ່ຽງ​ທຳ, ຢ່າ​ມີ​ຄວາມ​ເວົ້າ​ແລະ​ການ​ກະທຳ​ໃດໆ​ທີ່​ອາດ​ຈະ​ພາ​ໃຫ້​ຄວາມ​ຂັດ​ແຍ່ງ​ຮຸນ​ແຮງ​ຂຶ້ນ​ຫຼື​ເຮັດ​ໃຫ້​ສະພາບ​ການ​ດຸ​ເດືອດ​ຂຶ້ນ.