ຈີນເປັນອັນດັບ3​ໃນ​ການ​ລຽງ​ລຳດັບ​ອົງກອນ​ເສດຖະກິດ​ທີ່​ມີຄວາມ​ຊີວິດ​ຊີວາ​ຫຼາຍ​ທີ່ສຸດ​ໃນ​ໂລກ​ໃນ​ປີ2013

(GMT+08:00) 2013-09-28 14:50:13     cri
ຕາມຂ່າວສານຈີນ: ຜົນການ​ສຳ​ຫຼວດຫຼ້າ​ສຸດ​ລາຍ​ໜຶ່ງ​ທີ່​ຄັງ​ປັນຍາ​ອາ​ເມ​ລິ​ກາ​ເປີດ​ເຜີຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ຈີນ​ເປັນອັນ​ດັບ​ທີ3ໃນ10​ອົງ​ກອນ​ເສດຖະກິດ​ທີ່​ມີ​ຄວາມ​ບົ່ມ​ຊ້ອນ​ດ້ານ​ການ​ເຕີບ​ໂຕ​ທາງ​ການ​ຄ້າ​ທົ່ວ​ໂລກ​ໃນ​ປີ2013.

ບໍລິສັດ Grant Thornton International​ ຂອງ​ອາ​ເມ​ລິ​ກາ​ໄດ້​ດຳ​ເນີນ​ການ​ຄິດ​ໄລ່​ຕໍ່​ຕົວ​ເລກດັດຊະນີ​ດ້ານ​ຊີວິດຊີວາ​ຂອງ50​ປະ​ເທດ​ທົ່ວ​ໂລກ​ໃນ​ສົກ​ປີ2013. ຕົວ​ເລກ​ດັດຊະນີດັ່ງກ່າວ​ຕົ້ນຕໍ​ແມ່ນ​ເນັ້ນ​ໃສ່​5​ຂົງ​ເຂດ​ສຳຄັນ ຄື: ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ, ​ເສດຖະກິດ​ແລະ​ການ​ເຕີບ​ໂຕ, ວິທະຍາສາດ​​ແລະ​ເຕັກ​ໂນ​ໂລ​ຊີ, ​ແຮງ​ງານ​ແລະ​ທຶນ​ຂອງ​ຊັບພະຍາກອນ​ມະນຸດ ພ້ອມ​ດ້ວຍ​ສະພາບ​ແວດ​ລ້ອມ​ກູ້​ຢືມ​ເງິນ.

ອີງ​ຕາມ​ມາດຕະຖານ​ດັ່ງກ່າວ, ຈີນ​ໄດ້​ຈາກ​ອັນ​ດັບ​ທີ17​ໃນ​ປີ2012​ຂຶ້ນ​ເປັນອັນ​ດັບ​ທີ3, ບົດ​ລາຍ​ງານ​ຊີ້​ອອກ​ວ່າ, ການ​ລຽງ​ລຳດັບ​ຂອງ​ຈີນ​ໄດ້​ສູງ​ກວ່າ​ປີ​ກາຍ​ນີ້​ຢ່າງ​ຫຼວງຫຼາຍນັ້ນ ຕົ້ນຕ​ແມ່ນ​ຍ້ອນ​​ຈີນ​ມີ​ຄວາມ​ສາມາດ​ຕົວ​ຈິງ​ທີ່​​ເຂັ້ມ​ແຂງ​ໃນ​ດ້ານ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ.