ສະພາ​ຄວາມ​ໝັ້ນຄົງ​ໄດ້​ຜ່ານມະຕິ​ກ່ຽວ​ກັບ​ການ​ທຳ​ລາຍ​ອາວຸດ​ເຄມີ​ຂອງ​ຊີຣີ

(GMT+08:00) 2013-09-28 14:55:59     cri
ຕາມ​ຂ່າວCRI, ​ເວລາ20​ໂມງ​ວັນ​ທີ27​ກັນຍາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ສະພາ​ຄວາມ​ໝັ້ນຄົງ​ໄດ້​ລົງ​ຄະ​ແນນ​ສຽງ​ຕໍ່​ມະຕິ​ເລກ2118​ກ່ຽວ​ກັບ​ອາວຸດ​ເຄມີ​ຂອງ​ຊີຣີ, 15ປະ​ເທດ​ສະມາຊິກ​ໄດ້​ເປັນ​ເອກະສັນ​ກັນລົງ​ຄະ​ແນນ​ສຽງເຫັນ​ດີ. ມະຕິ​ຮຽກຮ້ອງ​ໃຫ້ປະຕິບັດຕາມ​ລະບຽບ​ການ​ທີ່​ສະ​ເໜີ​ໂດຍອົງການ​ເກືອດ​ຫ້າ​ມອາວຸດ​ເຄມີ, ທຳລາຍ​ອາວຸດ​ເຄມີ​ຂອງ​ຊີຣີ​ໂດຍ​ໄວ. ມະຕິ​ກຳ​ນົດ​ໄວ້​ວ່າ, ບໍ່​ວ່າຝ່າຍ​​​ໃດຂອງ​ຊີຣີລ້ວນ​ແຕ່​ບໍ່​ສາມາດ​ນຳ​ໃຊ້, ຄົ້ນຄວ້າ​ຜະລິດ, ຮັບເອົາ, ສະ​ສົມ​ອາວຸດ​​ເຄມີ ຫຼື ​ໂອນ​ອາວຸດ​ເຄມີ​ໃຫ້​ຝ່າຍ​ທີ3; ​ແລະ​ຮຽກຮ້ອງ​ໃຫ້​ຝ່າຍຊີຣີຈົ່ງ​ສົມທົບ​​ການ​ສຳ​ຫຼວດຢ່າງບໍ່​ມີ​ເງື່ອນ​ໄຂ, ​ແລະ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ບຸກຄົນ​ທີ່​ກ່ຽວຂ້ອງ.

ທ່ານ​ບັນ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ຖື​ວັນ​ທີ27​ກັນຍາ​ນີ້ ​ເປັນ "ວັນ​ໜຶ່ງ​ທີ່​ມີລັກສະນະ​ປະຫວັດສາດ", ຍ້ອນ​ວ່າ, ນີ້​ແມ່ນ​ສະພາ​ຄວາ​ໝັ້ນຄົງຜ່ານ​ມະຕິ​ກ່ຽວ​ກັບ​ຊີຣີ​ເປັນ​ຄັ້ງ​ທຳ​ອິດ.

ທ່ານ​ວາງ​ອີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸ​ມຄັ້ງ​ນີ້​ໄດ້​ອອກ​ຖະ​ແຫຼ​ງການ, ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່​ມະຕິ​ສະບັບ​ນີ້. ທ່າ​ນວາງ​ອີ້​ຍັງ​ກ່າວ​ວ່າ, ການ​ແກ້​ໄຂ​ບັນຫາ​ຊີຣີ​ໂດຍທາງ​ການ​ເມືອງ​ເປັນ​ຊ່ອງ​ທາງ​ພຽງ​ໜຶ່ງ​ດຽວ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ຊີຣີ, ຄວນ​ໄປ​ພ້ອມ​ກັນ​ກັບ​ຂະ​ບວນການ​ທຳລາຍ​ອາວຸດ​ເຄມີ​ຂອງ​ຊີຣີ. ພາຍຫຼັງ​ກອງະ​ຊຸມ, ທ່ານ​ບັນ​ກີ​ມູນ​ກ່າວ​ວ່າ, ຫວັງ​ໃຫ້​ກອງ​ປະຊມ​ເຊີ​ແນວ​ຄັ້ງ​ທີ2​ທີ່​ຈະ​ຈັດ​ຂຶ້ນ​ໃນ​ກາງ​ເດືອນ​ພະຈິກ​​ສາມາດ​ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂ​ວິ​ກິດ​ການ​ຊີຣີ​ໂດຍ​ທາງ​ການ​ເມືອງ​ໃຫ້​​ໄດ້.