ຈີນ​ສົ່ງ​ກອງ​ຕຳຫຼວດປ້ອງ​ກັນ​ຄວາມ​ຮຸນ​ແຮງ​ຮັກ​ສາ​ສັນ​ຕິ​ພາບ​ໄປ​ປະ​ຕິ​ບັດ​ໜ້າ​ທີ່ຢູ່​ອາ​ຟິຼກກາ​ເປັນ​ຄັ້ງ​ທຳ​ອິດ

(GMT+08:00) 2013-09-30 14:32:34     cri
ໂດຍ​ຕອບ​ສະໜອງ​ຕາມການ​ຮ້ອງ​ຂໍ​ຈາກ​ອົງການ​ສະຫະ​ປະຊາ​ຊາດ, ລັດຖະບານ​ຈີນ​ຈະ​ສົ່ງ​ກອງ​ຕຳຫຼວດ​ປ້ອງ​ກັນ​ຄວາມ​ຮຸນ​ແຮງ​ຮັກສາ​ສັນຕິພາບ​ຈຳນວນ 140 ຄົນ​ໄປ​ເຂດ​ປະຕິບັດ​ໜ້າ​ທີ່​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ປະຈຳ​ຢູ່​ລີ​ບີ​ໃນ​ອະນາຄົດ​ໃກ້ໆ​ນີ້. ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 30 ກັນຍາ​ນີ້, ກອງ​ນຳ​ໜ້າ​ໄດ້​ອອກ​ເດີນທາງ​ຈາກ​ສະໜາມ​ບິນ​ສາກົນ​ນະຄອນຫຼວງ​ປັກ​ກິ່ງ. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຈີນ​ສົ່ງ​ກອງ​ຕຳຫຼວດ​ປ້ອງ​ກັນ​ຄວາມຮຸນ​ແຮງ​ຮັກສາ​ສັນຕິພາບ​ໄປ​ປະຕິບັດ​ໜ້າ​ທີ່ຢູ່​ອາຟິຼກກາ​.

ກອງ​ນຳ​ໜ້າ​ມີ​ທັງ​ໝົດ 14 ຄົນ,ຊຶ່ງ​ປະກອບ​ມີ​ຮອງ​ຫົວໜ້າກອງ​ປ້ອງ​ກັນ​ຄວາມ​ຮຸນ​ແຮງ, ​ເ​ຈົ້າໜ້າ​ທີ່​ຕິດ​ຕໍ່​ພົວພັນ, ​ເຈົ້າ​ໜ້າ​ທີ່ພະລາທິການ, ພົນ​ສູ້​ຮົບ​ຈຳນວນ​ໜຶ່ງ, ​ເຈົ້າ​ໜ້າ​ທີ່​ການ​ແພດ​ແລະ​ເຈົ້າ​ໜ້າ​ທີ່​ຮັບປະກັນ​ວຽກ​ງານ​ພະລາທິການ. ນອກ​ນັ້ນ, ຍັງ​ມີໜ່ວຍ​ຊີ້​ນຳ​ກອງ​ຕຳຫຼວດ​ປ້ອງ​ກັນ​ຄວາມ​ຮຸນ​ແຮງ​ຮັກສາ​ສັນຕິພາບ​ຂອງ​ກະຊວງ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ກໍ່​ໄດ້​ຕິດ​ຕາມ​ກອງ​ນຳ​ໜ້າ​ເດີນທາງ​ໄປ​ອາ​ຟິຼກກາ​ໃນ​ຄັ້ງ​ນີ້. ພາຍຫຼັງ​ກອງ​ນຳ​ໜ້າ​ເດີນທາງ​ໄປ​ເຂດ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ລີ​ບີ​ແລ້ວ, ຕົ້ນ​ຕໍ​ຈະ​ຮັບ​ຜິດ​ຊອບ​ວຽກ​ງານ​ຕ່າງໆ​ເປັນ​ຕົ້ນ​ແມ່ນ​ຮັບ​ເອົາ​​ເຄື່ອງ​ຂອງ​ແລະ​ອຸປະ​ກອບ​ຮັກສາ​ສັນຕິພາບ, ສ້ອມ​ແປງ​ຄ້າຍ​ທະ​ຫານ, ແລະ​ການ​ສື່​ສານ​ພົວ​ພັນ​ກັບ​ພາຍ​ນອກ​ເຫຼົ່​າ​ນີ້​ເປັນ​ຕົ້ນ,​ເພື່ອ​ສ້າງ​ພື້ນ​ຖານ​ທີ່​ດີ​ໃຫ້​ແກ່​ກອງ​ຕຳ​ຫຼວດ​ປ້ອງ​ກັນ​ຄວາມ​ຮຸນ​ແຮງ​ຮັກສາ​ສັນ​ຕິ​ພາບ​ທີ່​ຈະ​ເຂົ້າ​ປະຈຳການ​ຢູ່​ເຂດ​ປະຕິບັດ​ໜ້າ​ທີ່​​ໃນ​ອະນາຄົດ.

ກອງ​ຕຳຫຼວດ​ປ້ອງ​ກັນ​ຄວາມ​ຮຸນ​ແຮງ​ຮັກ​ສາ​ສັນຕິພາບ​ກອງ​ທຳ​ອິດ​ຈະ​ອອກ​ເດີນທາງ​ໄປ​ເຂດ​ປະຕິບັດ​ໜ້າ​ທີ່ຢູ່​ລີ​ບີ​ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້.