ລັດຖະມົນຕີ​ການ​ຄ້າ​ຈີນ​ກ່າວ​ວ່າ, ການ​ກໍ່ສ້າງ​ເຂດ​ທົດ​ລອງ​ການ​ຄ້າ​ເສລີ​ຊຽງ​ໄຮຈະ​ສາມາດ​ຍົກ​ລະດັບ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ໃຫ້ສູງຂຶ້ນ

(GMT+08:00) 2013-09-30 14:40:46     cri
ວັນ​ທີ 29 ກັນຍາ​ນີ້, ​ໃນ​ພິທີ​ເປີດ​ເຂດ​ການ​ຄ້າ​ເສລີ​ຊຽງ​ໄຮ, ທ່ານ​ກ່າວ​ຫູ້​ເສິງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ການ​ກໍ່ສ້າງ​ເຂດ​ທົດ​ລອງ​ການ​ຄ້າ​ເສລີ​ຈີນ​ຈະ​ສົ່ງ​ຜົນ​ສະທ້ອນ​ຕໍ່​ສະພາບ​ການ​ໄຂ​ປະຕູ​ສູ່​ພາຍ​ນອກຂອງ​ຈີນ​ຈາກ​ດ້ານ​ຕ່າງໆ​ເຊັ່ນ ການ​ເປີດ​ກວ້າງ​​ເປີດ​ຂະ​ແໜງ​ການ​ບໍລິການ​ສູ່​ພາຍ​ນອກ, ການ​ປະຕິ​ຮູບ​​ລະບົບ​ຄຸ້ມ​ຄອງ​ບໍລິຫານ​ແລະ​ອື່ນໆ,ຊຶ່ງ​ເປັນ​ການ​ຍົກ​ລະດັບ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ໃຫ້​ສູງ​ຂຶ້ນ.

ທ່ານ​ກ່າວ​ຫູ້​ເສິງ​ຊີ້​ອອກ​ວ່າ, ການ​ເລືອ​ກຊຽງ​ໄຮ​ເປັນ​ຈຸດ​ສຸມ​ຂອງ​ເຂດ​ທົດ​ລອງ​ການ​ຄ້າ​ເສລີ​ຈີນ​ແມ່ນ​ໄດ້​ພິຈາລະນາ​ເຖິງ​ສາ​ເຫດ​ຕ່າງໆ​ເປັນ​ຕົ້ນ​ແມ່ນ​ພື້ນຖານ​​ແຫ່ງ​ການ​​ໄຂ​ປະ​ຕູສູ່​ພາຍ​ນອກ,​ແລະ​ທ່າ​ແຮງ​ດ້ານ​ທີ່​ຕັ້ງ​ພູມ​ສາດ​ຂອງ​ຊຽງ​ໄຮ້. ຄະນະ​ກຳມະການ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ມອບ​ສິດ​ໃຫ້​ຄະນະ​ລັດຖະບານ​ຈີນຍຸຕິການ​ພິຈາລະນາ​ອະນຸມັດ​ໂຄງການ​ຕາມ​ລະບຽບ​ກົດໝາຍ​ທີ່​ກ່ຽວຂ້ອງ​ຢູ່​ເຂດ​ທົດ​ລອງ​ການ​ຄ້າ​ເສລີ​ຊຽງ​ໄຮ. ນະຄອນ​ຊຽງ​ໄຮ​ກໍ່​ຈະ​ຜ່ານ​ຈາກ​ການ​ສ້າງ​ກົດໝາຍ​ທ້ອງ​ຖິ່ນ​ເພື່ອ​ສ້າງ​ລະບຽບ​ການ​ຄຸ້ມ​ຄອງ​ເຂດ​ທົດ​ລອງ​ທີ່​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງານຈຸດ​ສຸມ.

ທ່ານ​ກ່າວ​ຫູ້​ເສິງ​ກ່າວ​ວ່າ, ກະຊວງ​ການ​ຄ້າ​ຈີນ​ຈະ​ຮ່ວມ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຄະນະ​ລັດຖະບານ, ສືບ​ຕໍ່​ສະໜັບສະໜູນ​ການ​ກໍ່ສ້າງ​ເຂດ​ທົດ​ລອງ​ການ​ຄ້າ​ເສລີ​ຊຽງ​ໄຮ, ຄົ້ນຄວ້າ​ແລະ​ແກ້​ໄຂ​ສະພາບ​ການ​ໃໝ່​ແລະ​ບັນຫາ​​ໃໝ່​ທີ່​​ເກີດ​ຂຶ້ນ​ຢ່າງ​ທັນ​ການ. ​ເຊື່ອ​ວ່າ, ​ເຂດ​ທົດ​ລອງ​ຈະ​ສາມາດ​ເປັນ​​ເຂດ​ທົດ​ລອງສຳລັບ​ຈີນ​​ໃນ​ການຊຸກຍູ້​ການ​ປະຕິ​ຮູບ​ແລະ​ຍົກ​ສູງ​ລະດັບ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ, ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຕົວ​ແບບ​ນຳ​ໜ້າ​ແລະ​ຮັບ​ໃຊ້​ທົ່ວ​ປະ​ເທດ, ຊຸກຍູ້​ໃຫ້​ເຂດ​ແຄວ້ນ​ຕ່າງໆ​​ໃນ​ທົ່ວ​ປະ​ເທດ​ພັດທະນາ​ໄປ​ພ້ອມ​ກັນ.