ເກີດ​ເຫດ​ຫຼອນ​ໂຈມ​ຕີ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ໜຶ່ງ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ນີ​ເຊ​ຣີ ມີ​ນັກ​ສຶກ​ສາ 40 ຄົນ​ຖືກ​ຍິງ​ເສຍ​ຊີ​ວິດ​ໃນ​ຂະ​ນະ​ທີ່​ຍັງ​​ຫຼັບ​ນອນ​ຢູ່

(GMT+08:00) 2013-09-30 14:43:18     cri
ເວລາປະມານ 1 ​ໂມງ ຂອງ​ວັນ​ທີ 29 ກັນຍາ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ,  ກຸ່ມ​ປະກອບ​ອາວຸດ​ທີ່​ບໍ່​ຊາບ​ຝ່າຍ​ໄດ້​ໂຈມ​ຕີ​ວິທະຍາ​ໄລ​ກະສິກຳ​ແຫ່ງ​ໜຶ່ງ​ທີ່​ຢູ່ລັດ​ໂຢ​ເບ ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ນີ​ເຊຣີ. ຕາມ​ຂ່າວສານ​ທາງ​ການ​ນີ​ເ​ຊຣີ​ແຈ້ງ​ໃຫ້​ຊາບ​ວ່າ, ມາ​ຮອດ​ປະຈຸ​ບັນ, ​ເຫດການ​ໂຈມ​ຕີ​ໃນ​ຄັ້ງ​ນີ້​ຢ່າງ​ໜ້ອຍ​ໄດ້​ເຮັດ​ໃຫ້ມີ​ນັກ​ສຶກສາ​ເສຍ​ຊີວິດ 40 ຄົນ, ຫຼາຍ​ຄົນ​ໄດ້​ຮັບ​ບາ​ດ​ເຈັບ. ຈຳນວນ​ຜູ້​ເສ​ຍຊີວິດ​ຍັງ​ອາດ​ຈະ​ເພີ່ມ​ຂຶ້ນ​ຕື່ມ​ອີກ. ພາຍຫຼັງ​ເຫດການ​ໂຈມ​ຕີ​ເກີດ​ຂຶ້ນ​ແລ້ວ, ນັກ​ສຶກສາ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ໜີ​ອອກ​ຈາກ​ໂຮງຮຽນ. ຂ່າວ​ຈາກ​ເຈົ້າ​ໜ້າ​ທີ່​ທະຫານ​ລັດ​​ໂຢ​ເບ​ໃຫ້​ຮູ້​ວ່າ, ກຸ່ມ​ປະກອບ​ອາວຸດ​ຍັງ​ໄດ້​ຈູດ​ເຜົາ​ອາຄານ​ຈຳນວນ​ໜຶ່ງ​ຂອງ​ໂຮງຮຽນ​ດັ່ງກ່າວ​ອີກ​ດ້ວຍ.

ພາຍຫຼັງ​ເຫດການ​ເກີດ​ຂຶ້ນ​ແລ້ວ, ກອງຕີພິ​ເສດ​ປະສົມ​ນີ​ເຊຣີຂອງ​ລັດ​ໂຢ​ເບໄດ້​ເດີນທາງ​ໄປ​ໂຮງຮຽນ​ດັ່ງກ່າວ​ເປັນ​ການ​ດ່ວນ​ເພື່ອ​ດຳ​ເນີນ​ການ​ສືບສວນ,​ແລະ​ກ່າວ​ວ່າ​ຈະ​ອອກ​ແຮງ​ຈົນ​ສຸດ​ຄວາມ​ສາມາດ​​ໃນ​ການ​ນຳ​ຈັບ​ຜູ້​ກໍ່​ເຫດ​​ໃຫ້​ໄດ້. ປະຈຸ​ບັນ, ຍັງ​ບໍ່​ທັນ​ມີ​ອົງການ​ໃດໆ​ອອກ​ມາ​ອ້າງ​ຄວາມ​ຮັບຜິດຊອບ​ຕໍ່​ເຫດການ​ໂຈມ​ຕີ​ໃນ​ຄັ້ງ​ນີ້​ເທື່ອ.