ກຳ​ປັ່ນ​ໂຮງໝໍ "​ເຮີ​ຜິ​ງຟ່າງ​ໂຈ່​ວ"ຂອງ​ກອງທັບ​ເຮືອ​ຈີນອອກ​ຈາກ​ກຳປູ​ເຈຍ​ແລະ​​ເດີນທາງ​ກັບ​ຄືນ​ປະ​ເທດ

(GMT+08:00) 2013-09-30 19:33:22     cri
ວັນ​ທີ 30 ກັນຍາ​ນີ້, ກຳ​ປັ່ນ​ໂຮງໝໍ "​ເຮີ​ຜິ​ງຟ່າງ​ໂຈ່​ວ"ຂອງ​ກອງທັບ​ເຮືອ​ຈີນ​ໄດ້​ສຳ​ເລັດ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​ກຳປູ​ເຈຍ​ແລະ​ການ​ບໍລິການ​ດ້ານ​ການ​ປິ່ນປົວຢູ່​ທ້ອງ​ຖິ່ນຢ່າງ​ຈົບງາມ ​​ແລະອອກ​ເດີນທາງ​ຈາກ​ທ່າ​ກຳ​ປັ່ນ​ສີ​ຫາ​ນຸກຂອງ​ກຳປູ​ເຈຍ​ໃນ​ວັນ​ທີ 30 ກັນຍາ​ນີ້​​ແລະກັບ​ຄືນ​​ປະ​ເທດ​ຕົນ. ​ໃນການ​ຢ້ຽມ​ຢ້າມກຳປູ​ເຈຍຄັ້ງ​ນີ້ກຳ​ປັ່ນ "​ເຮີ​ຜິ​ງຟ່າງ​ໂຈ່​ວ"​ໄດ້​ອຳນວຍ​ການ​ບໍລິການ​ໃນ​ລາຍການ​ຕ່າງໆ​ຢ່າງ​ຄົບ​ຊຸດ, ການ​ບໍລິການ​ລະດັບ​ສູງ, ຈຳນວນ​ຜູ້​ມາ​​ໃຊ້​ບໍລິການ​​ໃນ​ແຕ່​ລະ​ມື້ເປັນ​ຈຳນວນຫຼາຍ, ທັງ​ໝົດ​ເຫຼົ່າ​ນີ້ລ້ວນ​ແຕ່​ໄດ້​ສ້າງ​ສະຖິຕິ​ໃໝ່​ໃນ​ພາລະກິດ​ຄວາມ​ກົມກຽວ​ກັນ 2013 ​ໃນ​ຄັ້ງ​ນີ້.

ກຳປູ​ເຈຍ​ໄດ້​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່ກຳ​ປັ່ນ​ໂຮງໝໍ "​ເຮີ​ຜິ​ງຟ່າງ​ໂຈ່​ວ"ຂອງ​ກອງທັບ​ເຮືອ​ຈີນ​ດຳ​ເນີນ​ການ​ບໍລິການ​ດ້ານ​ການ​ປິ່ນປົວ​ຢູ່​ກຳປູ​ເຈຍ, ​ແລະ​ໄດ້​​ໃຫ້ການປະສານ​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ; ປະຊາຊົນ​ກຳປູ​ເຈຍ​ມີຄວາມ​ຮຽກຮ້ອງ​ຕ້ອງ​ການ​ດ້ານ​ການ​ປິ່ນປົວ​ຢ່າງ​ຫຼວງ​ຫຼາຍ, ​​ແລະມີ​ຄວາມ​ຫ້າວຫັນ​ໃນ​ການ​ໄປຮັບ​ການປິ່ນປົວ​ຢູ່ກຳ​ປັ່ນໂຮງໝໍ.  ກອງ​ບັນຊາ​ການ​ຂອງກຳ​ປັ່ນ​ໂຮງໝໍ "​ເຮີ​ຜິ​ງຟ່າງ​ໂຈ່​ວ"ໄດ້​ທຳ​ການຈັດ​ຕັ້ງ​ຢ່າງ​ລະອຽດ​ຮອບ​ຄອບ, ພະຍາຍາມຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ດຳ​ເນີນ​ການ​ບໍລິການ​ດ້ານ​ການ​ປິ່ນປົວ, ​ລວມ​ແລ້ວ​ໄດ້ປິ່ນປົວ​ຕໍ່​ປະຊາຊົນ​ແລະ​ທະຫານກຳປູ​ເຈຍ ​ພ້ອມ​ດ້ວຍຊາວກຳປູ​​ເຈຍ​ເຊື້ອສາຍຈີນ​ແລະ​ຈີນ​ຕ່າງ​ດ້າວ​ຈຳນວນ 8170 ​ເທື່ອ​ຄົນ.

ນອກ​ນີ້, ກຳ​ປັ່ນ​ໂຮງໝໍ "​ເຮີ​ຜິ​ງຟ່າງ​ໂຈ່​ວ"ຂອງ​ກອງທັບ​ເຮືອ​ຈີນຍັງ​ໄດ້​ແຕ່ງ​ຕັ້ງ​ໜ່ວຍ​ບໍລິການ​ດ້ານ​​ສຸຂະພາບ​ແລະ​ໜ່ວຍ​ພົວພັນ​ມິດຕະພາບ​ດ້ານວັດທະນະທຳ ໄປສູນ​ເດັກ​ກຳພ້າ​ກຳພອຍ​ທ້ອງ​ຖິ່ນ​​​ເພື່ອ​ດຳ​ເນີນ​ການ​ກວດ​ສຸຂະພາບ ​ໃຫ້ການ​ປິ່ນປົວ​ພະຍາດ​ແລະ​ການ​ໂຄສະ​ນາ​ຄວາມ​ຮູ້​ທາງ​ດ້ານ​ສຸຂະພາບ, ​ແລະ​ມອບ​ຢາ​ໃຫ້​ແກ່​ເດັກນ້ອຍ​ທີ່ຕິດ​ເຊື້ອ​ເອດ 70 ກວ່າ​ຄົນ. ນອກ​ນີ້, ກຳ​ປັ່ນ​ໂຮງໝໍ "​ເຮີ​ຜິ​ງຟ່າງ​ໂຈ່​ວ"ຂອງ​ກອງທັບ​ເຮືອ​ຈີນຍັງ​ໄດ້​ດຳ​ເນີນ​ການ​ແລກປ່ຽນ​ດ້ານ​ວິຊາ​ການ​ກັບ​ໂຮງໝໍ​ສີ​ຫາ​ນຸກຂອງ​ກຳປູ​ເຈຍອີກ​ດ້ວຍ.