ເຮືອ​ປະມົງ 2 ລຳ​ຂອງ​ແຂວ​ງກວາງ​ຕຸ້ງຈີນຫຼົ້ມ​ລົງຢູ່​​ເຂດທະ​ເລ​ຊີ່​ຊ່າ  ຜູ້ນຳ​ຈີນຮຽກຮ້ອງ​ໃຫ້ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອຊອກຄົ້ນຫາ​ແລະ​ຊ່ວຍ​ເຫຼືອ​ຜູ້​ຫາຍ​ສາບ​ສູນ​ແລະ​ຜູ້​ປະສົບ​ໄພ​ອື່ນໆ

(GMT+08:00) 2013-09-30 19:34:22     cri
ຕອນ​ຄ່ຳວັນ​ທີ 29 ກັນຍາ​ນີ້, ຍ້ອນ​ຖືກ​ຜົນ​ກະທົບ​ຈາກ​ລົມພາຍຸ​ທີ່​ຮຸນ​ແຮງ​ຫົວທີ 21 ທີ່​ຊື່ວ່າ "​ແມງກະ​ເບື້ອ"​, ​ເຮືອປະມົງ 5 ລຳ​ຂອງ​​ເມືອງໄທ​ຊ່ານ​ແຂວງ​ກວາງ​ຕຸ້ງຈີນ​ໄດ້​ປະສົບ​ໄພ​ຢູ່​ເຂດ​ທະ​ເລ​ເກາະ​ຫີນ​ປະ​ກາ​ລັງ​ຊີ່​ຊ່າແຂວງ​ໄຫ​ຫຼຳ, ຢູ່​ເທິງ​ເຮືອ​ມີ​ລູກ​ເຮືອ 171 ຄົນ, ​ໃນ​ນັ້ນມີ​ເຮືອ​ປະມົງ 2 ລຳ​ໄດ້​ຫຼົ້ມ​ລົງ​ກາງ​ທະ​ເລ, ​ໃນ​ຈຳ​ນວນ 60 ຄົນ​ຢູ່​​ເທິງ​ເຮືອ 2 ລຳ​ນັ້ນ​ມີ 13 ຄົນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ, ອີກ 47 ຄົນ​ຫາຍ​ສາບ​ສູນ; ​ມີ​ເຮືອ​ປະມົງ​ລຳ​ໜຶ່ງ​ຕິດ​ຕໍ່ຫາ​ບໍ່​ໄດ້​ພົວພັນ​ກັບ​ພາຍ​ນອກ ຊຶ່ງ​ຢູ່​ເທິງ​​ເຮືອ​ລຳ​ນີ້​ມີລູກ​ເຮືອ 28 ຄົນ; ​ສ່ວນເຮືອ​ປະມົງອີກ 2 ລຳສາມາດ​ຕິດ​ຕໍ່​ໄດ້​ແລ້ວ ຊຶ່ງ​ຢູ່​ເທິງ​ເຮືອ 2 ລຳ​ນີ້​ມີ​ລູກ​ເຮືອ 83 ຄົນ ​ສາມາດ​ຫຼຸດ​ພົ້ນ​ຈາກອັນຕະລາຍ​ໃນ​ເຫດການ​ຄັ້ງ​ນີ້​ໄດ້.

ພາຍຫຼັງ​ໄດ້​ຮູ້​ຂ່າວ​ດັ່ງກ່າວ​ແລ້ວ, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ, ​ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ໄດ້​ໃຫ້​ຄຳ​ຊີ້​ນຳທີ່​ສຳຄັນ​ໃນ​ກາງຄືນ​ມື້​ດຽວ​ກັນ ​ໂດຍທ່ານ​ໄດ້​ຮຽກຮ້ອງ​ໃຫ້​ແຂວງ​ກວາງ​ຕຸ້ງ ​ແຂວງ​ໄຫຫຼຳ​ເລັ່ງລັດ​ຈັດ​ຕັ້ງກຳລັງ​ດ້ານຕ່າງໆ​ທີ່​ກ່ຽວ​ຂ້ອງ, ອອກ​ແຮງ​ຈົນ​ສຸດ​ຄວາມ​ສາມ​າດ​ເພື່ອ​ຊອກ​ຄົ້ນຫາ​ຜູ້​ຫາຍ​ສາບ​ສູນ​ແລະຊ່ວຍ​ເຫຼືອ​ຜູ້​ປະສົບ​ໄພ, ພະຍາຍາມຈົນ​ສຸດ​ຄວາມ​ສາມາດ​ແລະ​ເຮັດ​ໃຫ້ຈຳນວນ​ຜູ້​ເສຍ​ຊີວິດ​ແລະ​ຜູ້​​ໄດ້​ຮັບບາດ​ເຈັບຫຼຸດ​ລົງ​ຮອດ​ຈຳນວນ​ຕ່ຳ​ສຸດ ​ແລະ​​ໃຫ້​ກຳລັງ​ໃຈ​ຕໍ່ຄອບຄົວ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ແລະ​ຜູ້​ຫາຍ​ສາບ​ສູນ, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ກອງ​ທະຫານ​ທ້ອງ​ຖິ່ນ​ແລະ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ສູນ​ກາງ​ຈີນພະຍາຍາມ​ໃຫ້ການ​ຊ່ວຍ​ເຫຼືອ. ນອກ​ນີ້, ທ່ານ​ຫຼີ​ເຄີ້ສຽງ ກຳມະການ​ປະຈຳກົມ​ການ​ເມືອງ​ສູນ​ກາງ​ພັກ ນາຍົກລັດຖະມົນຕີຈີນກໍ່​ໄດ້​ໃຫ້​ຄຳ​ຊີ້​ນຳ​ໃນ​ທັນທີ.

ອີງ​ຕາມ​ຄຳ​ຊີ້ນຳຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ແລະ​ຄຳ​ຮຽກຮ້ອງ​ຂອງ​ທ່ານ​ຫຼີ​ເຄີ້ສຽງ, ​ແຂວງ​ໄຫ​ຫຼຳ ​ແຂວງ​ກວາງ​ຕຸ້ງ​ແລະ​ພາກສ່ວນ​ທີ່​ກ່ຽວຂ້ອງ ກອງທັບ​ຈີນ​ແລະ​ພາກສ່ວນອື່ນໆ​ໄດ້​ຈັດ​ຕັ້ງ​ກອງ​ກຳລັງ​ຕ່າງໆ​ແລະ​ເລີ່​ມດຳ​ເນີນ​ການ​ຊອກ​ຄົ້ນ​ຫາ​ແລະ​ຊ່ວຍ​ເຫຼືອ​ຢ່າງ​ວ່ອງ​ໄວ, ກອງ​ກຳລັງ​ຊ່ວຍ​ເຫຼືອ​ຕ່າງໆ​ເຊັ່ນ: ກອງ​ຊ່ວຍ​ເຫຼືອ​ກູ້​ໄພ​ເທິງ​ທະ​ເລ ກອງ​ຄຸ້ມ​ຄອງ​ການ​ປະມົງ ກອງ​ຕຳຫຼວດ​ທາງ​ທະ​ເລ​​ແລະກອງທັບ​ເຮືອຈີນ​ເປັນ​ຕົ້ນລ້ວນ​ແຕ່​ໄດ້​ຮີບ​ຮ້ອນ​ເດີນທາງ​ໄປ​ເຂດ​ທະ​ເລທີ່ເກີ​ດ​ເຫດ​ແລະ​ພະຍາຍາມ​ຊ່ວຍ​ເຫຼືອກູ້​ໄພ​ຢ່າງ​ຮີບ​ດ່ວນ.