ລັດຖະບານ​ຈີນ​ຈັດ​ງານ​ລ້ຽງ​ສະຫຼອງ​ວັນຊາດ​ສປ ຈີນ​ຄົບຮອບ 64 ປີ

(GMT+08:00) 2013-10-01 16:26:55     cri

ລັດຖະບານ​ຈີນ​ໄດ້​ຈັດ​ງານ​ລ້ຽງ​ສະຫຼອງ​ວັນຊາດ​ສປຈີນ​ຄົບຮອບ 64 ປີ​ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ຕອນ​ຄ່ຳ​ວັນ​ທີ 30 ກັນຍາ​​ແລ້ວ​ນີ້. ທ່ານ​ສີ​ຈີ້​ນຜິ​ງ ທ່ານ​ຫຼີ​ເຄີ​ສຽງ ທ່ານ​ຈ່າງ​ເຕີ​ຈ່ຽງ, ທ່ານ​ຢູ​ເຈີ້​ງ​ເຊິ່ງ ທ່ານ​ຫຼິວຢຸນຊານ ທ່ານ​ຫວາງ​ສີ​ຊ່ານ ທ່ານ​ຈ່າງ​ກ່າວ​ລີ​ແລະ​ຜູ້ນຳ​ພັກ​ແລະ​ລັດ​ທ່ານ​ອື່ນໆ​ພ້ອມ​ດ້ວຍ​ບຸກຄົນ​ທີ່ມີ​ຊື່​ສຽງ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ 1100 ກວ່າທ່ານ​ໄດ້​ເຕົ້າ​ໂຮມ​ກັນ​ຮ່ວມ​ກັນ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ສປ ຈີນ​ຄົບຮອບ 64 ປີ.

ທ່ານຫຼີເຄີສຽງ ນາຍົກລັດຖະມົນຕີຈີນກ່າວຄຳປາໃສໃນງານລ້ຽງ

ທ່ານ​ຫຼີ​ເຄີ​ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ກ່າວ​ຄຳ​ປາ​ໃສ​ໃນ​ງານ​ລ້ຽງ​ວ່າ, ຈີນ​ຈະ​ກ້າວ​ເດີນ​ໄປ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ຍຶດໝັ້ນ​ຫຼັກການຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໃນການ​ຮ່ວມ​ມື​ສາກົນ, ຍິນ​ດີ​ຮ່ວມ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ​ຊົມ​ໃຊ້​ໂອກາດ​ແຫ່ງ​ການ​ພັດທະນາ​, ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ, ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ໂລກແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ຮ່ວມ​ມື​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ດີງາມ​ກວ່າ​ເກົ່າ​ຂອງ​ມວນ​ມະນຸດ.

1 2