ພາກສ່ວນ​ທີ່​ບໍ່​ສຳຄັນ​ຂອງລັດຖະບານ​ອາ​ເມ​ລິ​ກາຈຳ​ຕ້ອງ​ປິດ​ບໍລິການ​ຍ້ອນ​ແຜນ​ງົບປະມານ

(GMT+08:00) 2013-10-01 16:30:55     cri
ສົກການ​ເງິນ2014​ຂອງ​ລັດຖະບານ​ອາ​ເມ​ລິ​ກາ​​​ໄດ້​ເລີ່​ມປະຕິບັດ​ແຕ່​ວັນ​ທີ 1 ຕຸລາ​ນີ້, ​ເນື່ອງ​ຈາກ​ວ່າ ພັກ​ເດ​ໂມ​ເຄຼັດ​ແລະ​ພັກ​ລີ​ພັບ​ປຼີກັນ​ຂອງ​ອາ​ເມ​ລິ​ກາ​ຍັງ​ບໍ່​ທັນ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ດ້ານ​ງົບປະມານ​ຂອງ​ລັດຖະບານ​ສົກການ​ເງິນໃໝ່​ເທື່ອ, ພາກສ່ວນ​ທີ່​ບໍ່​ສຳຄັນ​ຂອງ​ລັດຖະບານ​ຈິ່ງ​ຈຳ​ເປັນ​ຕ້ອງ​ປິດ​ບໍລິການ. ​ການ​ປິດບໍລິການ​ໃນ​ເທື່ອ​ນີ້​ຈະ​ແກ່ຍາວ​ດົນ​ປານ​ໃດ​ແມ່ນ​ຂຶ້ນ​ກັບ​ວ່າ​ສອງ​ພັກ​ດັ່ງກ່າວ​ນີ້​ຈະ​ສາມາດ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງດ້ານ​ງົບປະມານ​​ໃນ​ເວລາ​ໃດ.

ສາ​ເຫດ​ສຳຄັນ​ທີ່​ສຸດ​ທີ່​ເຮັດ​ໃຫ້​ສອງ​ພັກ​ຂອງ​ອາ​ເມ​ລິ​ກາ​ບໍ່​ສາມາດ​​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ​ໃນ​ຄັ້ງ​ນີ້​ແມ່ນຍ້ອນ​ກົດໝາຍ​ວ່າ​ດ້ວຍ​ການ​ປະຕິ​ຮູບ​ການ​ຮັກສາ​ສຸຂະພາບ​ຂອງ​ທ່ານ​ບາຣັກ​ໂອ​ບາ​ມາ​ທີ່​ຈະ​ປະຕິບັດ​ຢ່າງຮອບດ້ານ​ໃນ​ໄວໆ​ນີ້.