ລັດຖະບານ​ຟີ​ລິບ​ປິນປະກາດ​ບຸນ​ກຸດ​ຈີນ2014​ເປັນ​ວັນພັກລັດຖະການ

(GMT+08:00) 2013-10-01 16:33:08     cri
ວັນ​ທີ 30 ກັນຍາ​ແລ້ວ​ນີ້, ທຳນຽບປະທານາທິບໍດີ​ຟີ​ລິບ​ປິນ​ໄດ້​ອອກ​ແຈ້ງ​ການ​ຢ່ງ​ເປັນ​ທາງ​ການ​ໂດຍ​ໄດ້​ແຈ້ງ​ໃຫ້​ຊາບ​ການຈັດ​ວາງ​ລະອຽດ​ກ່ຽວ​ກັບ​ວັນ​ພັກ​ລັດຖະການ​ຂອງ​ປະ​ເທດ​ໃນ​ປີ2014, ​ໃນ​ນັ້ນ, ກຳນົດ ວັນ​ທີ 31 ມັງກອນຊຶ່ງ​ເປັນ​ບຸນ​ກຸດ​ຈີນ​ ​ປີ​ມະ​ເມຍ​ຕາມ​ຈັນທະຄະຕິ​ຈີນ​​ເປັນ​ວັນພັກລັດຖະການ​ພິ​ເສດ​ຂອງ​ທົ່ວ​ປະ​ເທດ​ຟີ​ລິບ​ປິນ.

ຕາມ​ແຈ້ງ​ການ​ສະດັບ​ດັ່ງກ່າວ​ທີ່​ທ່ານ​ເບ​ນິກ​ໂນ ອາ​ກີ​ໂນ 3 ປະທານາທິບໍດີ​ຟີ​ລິບ​ປິນ​ໄດ້​ລົງ​ນາມ​ໃນ​ເມື່ອ​ມໍ່ໆ​ມາ​ນີ້​ໄດ້​ລະບຸ​ວ່າ, ຊາວ​ຈີນ​ຕ່າງ​ດ້າວ​ແລະ​ຄົນ​ເຊື້ອສາຍ​ຈີນ​ທົ່ວ​ໂລກລ້ວນ​ແຕ່​ຈະ​ສະຫຼອງ​ບຸນ​ກຸດ​ຈີນ​ທີ່​ເປັນ​ບຸນປີ​ໃໝ່​ຕາມ​ຈັນທະຄະຕິ​ຈີນ. ບໍ່​ສະ​ເພາະ​ແຕ່​ຢູ່​ຈີນ​ເທົ່າ​ນັ້ນ, ຊາວ​ຈີນ​ຕ່າງ​ດ້າວ​​ແລະ​ຄົນ​ຟີ​ລິບ​ປິນ​ເຊື້ອສາຍ​ຈີນ​ແລະ​ປະຊາຊົນ​ຟີ​ລິບ​ປິນກໍ່​ລ້ວນ​ແຕ່​ຈະ​ສະຫຼອງ​ບຸນ​ສີ​ລິ​ມຸງຄຸນ​ດັ່ງກ່າວ​ນີ້​ເຊັ່ນ​ກັນ. ການ​ສະຫຼອງ​ບຸນ​ກຸດ​ຈີນ​ຮ່ວມ​ກັບ​ຊາວ​ຈີນ​ຕ່າງ​ດ້າວ​ແລະ​ຄົນ​ຟີ​ລິບ​ປິນ​ເຊື້ອສາຍ​ຈີນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງຄວາ​ມສາມັກຄີ​ແລະ​ມິດຕະພາບ​ລະຫວ່າງຄົນ​ຟີ​ລິບ​ປິນກັບ​ຊາວ​ຈີນ​ຕ່າງ​ດ້າວ​ແລະ​ຄົນ​ຟີ​ລິບ​ປິນ​ເຊື້ອສາຍ​ຈີນ, ດ້ວຍ​ເຫດ​ນີ້, ຈິ່ງ​ກຳນົດ​ວັນ​ທີ 31 ມັງກອນ 2014​ເປັນ​ວັນພັກລັດຖະການພິ​ເສດ.