ປະທານາທິບໍດີ​ມຽນມາ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຈົ່ງ​ຮ່ວມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ບັນ​ລຸ​ສັນ​ຕິ​ພາບ​ພາຍ​ໃນ​ປະ​ເທດ

(GMT+08:00) 2013-10-01 16:35:08     cri
ວັນ​ທີ 1 ຕຸລາ​ນີ້, ທ່ານ​ເທັນ​ເຊັນ ປະທານ​າທິບໍດີ​ມຽນມາ​ໄດ້​ກ່າວ​ຄຳ​ປາ​ໄສ​ຜ່າ​ນທາງ​ວິທະຍຸ​ຄັ້ງ​ສາມັນ​​ໂດຍ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ແລະ​ວົງ​ການ​ຕ່າງ​ທຈົ່ງ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ເພື່ອ​ບັນລຸ​​ສັນຕິພາ​ບພາຍ​ໃນ​ປະ​ເທດໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ທ່ານ​ເທັນ​ເຊັນ​ກ່າວ​ວ່າ, ​ເຖິງ​ວ່າ​ມຽນມາ​ໄດ້​ທຳ​ຄວາມ​ພະຍາຍາມ​ຕະຫຼອດ​ມາ​ເພື່ອ​ບັນລຸ​ບັນ​ຕິ​ພາບ​ພາຍ​ໃນ​ປະ​ເທດ​ກໍ່ຕາມ, ​ແຕ່​ການ​ປະ​ທະ​ກັນ​ລະຫວ່າງ​ກຸ່ມ​ປະກອບ​ອາວຸດ​ຈົນ​ມາ​ຮອດ​ປະຈຸ​ບັນ​ກໍ່​ຍັງ​ບໍ​ທັນຍຸຕິ​ຢ່າງ​ສິ້ນ​ເຊິ່ງ​ເທື່ອ, ສັນ​ຕິ​ພາບ​ຖາ​ວອນ​ຢ່າງ​ໝັ້ນຄົງ​ທີ່​ເປັນ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ຍັງ​ບໍ່​ທັນ​ປະ​ກົດ​ຜົນ​ເປັນ​ຈິງ​ເທື່ອ. ບົດ​ຮຽນ​ໃນ​ປະ​ຫວັດ​ສາດ​ສະ​ແດງ​ໃຫ້​ເຫັນ​ວ່າ, ມີ​ແຕ່​ການ​ຢຸດ​ຍິງ​ຍັງ​ບໍ່ພໍ​ເທື່ອ, ຕ້ອງ​ໃຊ້​ວິທີ​ທາງ​ການ​ເມືອງ​ມາ​ແກ້​ໄຂ​ບັນຫາ​ພື້ນຖານ​ຂອງ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ.

ທ່ານ​ເທັນ​ເຊັນ​ກ່າວ​ວ່າ, ນັບ​ແຕ່ ​ລັດຖະບານ​ຊຸດ​ປະຈຸ​ບັນ​ຂຶ້ນ​ກຳ​ອຳນາດ​ມາ​ນີ້, ​ໄດ້​ດຳ​ເນີນ​ການ​ເຈລະຈາ​ສັນຕິພາບ​ກັບ​ກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໝົດ​ທຸກ​ກຸ່ມ​ແລ້ວ, ກຸ່ມ​ປະກອບ​ອາວຸດ​ທັງ​ໝົດ​ລ້ວນ​ແຕ່​ຢືນຢັນ​ຕໍ່​ລັດຖະບານ​ວ່າ​ຈະ​ບໍ່​ແຍກ​ອອກ​ຈາກ​ສະຫະພາບ​ມຽນມາ. ​ໃນ​ອະນາຄົດ​ໃກ້ໆ​ນີ້, ລັດຖະບານ​ມຽນມາ​ຈະ​ຮ່ວມ​ກັບ​ກຸ່ມ​ປະກອບ​ອາວຸດ​ທັງ
ໝົດ​ລົງ​ນາມ​ໃນ​ສັນຍາ​ຢຸດ​ຍິງ​ໃນ​ຂອບ​ເຂດທົ່ວ​ປະ​ເທດ, ​ແລ້ວ​ກ້າວ​ເຂົ້າ​ສູ່​ການ​ເຈລະຈາ ​ການ​ເມືອງ​ແລະ​ຈັດ​ກອງ​ປະຊຸມ​ໃຫຍ່​ສັນຕິພາບ​ແຫ່ງ​ຊາດ.