ເຂດ​ການ​ຄ້າ​ເສລີ​ຊຽງ​ໄຮ​ຈະສະໜອງ​ບົດຮຽນ​ທີ່​ຜົນດີສຳລັບ​ຈີນ​ຍົກ​ລະດັບ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ

(GMT+08:00) 2013-10-01 16:43:16     cri

ເຂດ​ການ​ຄ້າ​ເສລີ​ຊຽງ​ໄຮ​​ໄດ້​ເປີດ​ບໍລິການ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 29 ກັນຍາ​ຜ່ານ​ມາ​ນີ້. ບຸກຄົນ​ຝ່າຍ​ຕ່າງໆ​ລ້ວນ​ແຕ່​ເຫັນ​ວ່າ, ການ​ຜ່ອນຄາຍ​​ເງື່ອນ​ໄຂຂໍ ​ອະນຸມັດ​ເຂົ້າ​ຕະຫຼາດ,​ແລະ​ການ​ເປີດ​ກວ້າງ​ການ​ໄຂ​ປະ​ຕູ​ສູ່​ພາຍ​ນອກ ​ແມ່ນ​ຂໍ້ຄວາມ​ສຳຄັນ​ທີ່​ສຸດ​ຂອງ​​ເຂດ​ການ​ຄ້າ​ເສລີ​ຊຽງ​ໄຮ​ໂດຍ​ບໍ່​ຕ້ອງ​ສົງ​ໃສ. ສ່ວນ​ເຂດ​ການ​ຄ້າ​ເສລີ​ຈະ​ຄົ້ນຄວ້າ​ຮູບ​ແບບ​ໃໝ່​ຂອງ​ການ​ປະຕິ​ຮູບ ​ໄຂ​ປະຕູ​ສູ່​ພາຍ​ນອກ​​ແລະ​ການ​ພັດ​ທະ​ນາ​ຂອງ​ຈີນ​ໃນ​ອະນາຄົດ​ຈາກ​ຫຼາຍ​ດ້ານ​ເຊັ່ນ​ລະບຽບ​ການ, ການ​ປະດິດ​ສ້າງ​ດ້ານ​ການ​​ເງິນ​ແລະ​ອື່ນໆ.

ແຜນ​ແມ່​ບົດ​ການ​ພັດທະນາ​ເຂດ​ການ​ຄ້າ​ເສລີ​ຊຽງ​ໄຮ​ລະບຸ​ວ່າ, ພາຍ​ໃຕ້​​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ທີ່​ສາມາດ​ຄວບ​ຄຸມ​ຄວາມ​ສ່ຽງ​ນັ້ນ, ສາມາດ​ສ້າງ​ເງື່ອນ​ໄຂ​ໃຫ້​ທົດ​ລອງ​ປະຕິບັດກ່ອນ​ໃນວຽກ​ງານ​ດ້ານ​ຕ່າງໆ​ຢູ່​ເຂດ​ທົດ​ລອງເປັນ​ຕົ້ນ​ແມ່ນ​ການ​ແລກປ່ຽນ​ເງິນ​ຢວນ​ຈີນ​ພາຍ​ໃຕ້ໂຄງການ​ເງິນ​ທຶນ, ອັດຕາ​ດອກ​ເບັ້ຍ​ຕະຫຼາດ​ການ​ເງິນ​​ເກີດ​ຂຶ້ນ​ຕາມ​ກົດ​ເກນ​ຕະຫຼາດ,ການ​ນຳ​ໃຊ້​ເງິນ​ຢວນຈີນ​ຂ້າມ​ຊາດ​ແລະ​ອື່ນໆ. ນອກ​ນີ້, ຈະ​ຊຸກຍູ້ຂະ​ແໜງ​ການ​ບໍລິການ​ດ້ານ​ການ​ເງິນ​ເປີດ​ປະຕູ​ຢ່າງຮອບດ້ານ​ຕໍ່​ທຶນ​ເອກະ​ຊົນ​ແລະ​ສະ​ຖາ​ບັນ​ການ​ເງິນ​ຕ່າງປະ​ເທດ​ທີ່​ໄດ້​ມາດຕະຖານ, ສະ​ໜັບ​ສະ​ໜູນ​ການ​ສ້າງ​ຕັ້ງ​ທະ​ນາ​ຄານ ​ຕ່າງປະ​ເທດ​ແລະ​ທະນາຄານຮ່ວມ​ທຶນ​ຈີນ​ແລະຕ່າງປະ​ເທດຢູ່​ເຂດ​ທົດ​ລອງ.

ການ​ປະດິດ​ສ້າງ​ດ້ານ​ລະບຽບ​ການ​ຂອງ​ເຂດ​ການ​ຄ້າ​ເສລີ​ຊຽງ​ໄຮ​ກໍ່​ແມ່ນ​ຈຸດ​ສຸມຈຸດ​ໜຶ່ງ​ທີ່​ຜູ້​ຄົນ​ເອົາ​ໃຈ​ໃສ່. ​ໃນ​ນັ້ນ, ລະບຽບ​ການ​ຂໍ້​ໜຶ່ງ​ກໍ່​ແມ່ນ​ອີງ​ຕາມ​ຫຼັກມາດຕະຖານທີ່​ໃຊ້​​ໂດຍ​ທົ່ວ​ໄປ​ໃນສາກົນ, ປະຕິບັດ​ການ​ຄຸ້ມ​ຄອງ​ການ​ລົງ​ທຶນ​ຂອງ​ນັກທຸລະກິດ​ຕ່າງປະ​ເທດ​ໃນ​ຮູບ​ແບບ​ທີ່​ປະ​ຕິ​ບັດ​ຕໍ່​ເທົ່າ​ກັບ​ພົນລະ​ເມືອງຈີນ​ກ່ອນ​ອະ​ນຸ​ມັດ​ເຂົ້າ​ຕະ​ຫຼາດ​ແລະ​ກຳ​ນົດ​ບັນຊີ​ລາຍ​ຊື່​ຂົງ​ເຂດ​ຫ້າມ​ບໍ່​ໃຫ້​ລົງທຶນ. ການ​ປະ​ຕິ​ບັດ​ຕໍ່​ເທົ່າ​ກັບ​ພົນລະ​ເມືອງຈີນ​ໝາຍ​ຄວາມ​ວ່າ​ໃຫ້​ການ​ປະຕິ​ບັດ​ຕໍ່​ນັກ​ລົງ​ທຶນ​ພ້ອມ​ດ້ວຍ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ທີ່​ບໍ່​ຕ່ຳ​ກວ່າ​ລະ​ດັບ​ການ​ປະ​ຕິ​ບັດ​ຕໍ່​ນັກ​ລົງ​ທຶນ​ພ້ອມ​ດ້ວຍ​ການ​ລົງ​ທຶນ​ຂອງ​ປະ​ເທດ​ຕົນ​ພາຍ​ໃຕ້​ສະພາບ​ການ​ທີ່​ຄ້າຍຄື​ກັນ. ຄຳ​ວ່າ "ການ​ປະຕິບັດ​ຕໍ່​ ​ເທົ່າ​ກັບ​ພົນລະ​ເມືອງກ່ອນ​ອະນຸມັດ​ເຂົ້າ​ຕະຫຼາດ" ໝາຍ​ຄວາມ​ວ່າ, ​ແກ່ຍາວ​ເວລາການໃຫ້​ການ​ປະຕິບັດ​ຕໍ່​​ເທົ່າ​ກັບ​ພົນລະ​ເມືອງ​ໄປ​ເຖິງ​​ໄລຍະກ່ອນ​​ການ​ລົງທຶນ​ເກີດ​ຂຶ້ນ​ຢ່າງ​ແທ້​ຈິງ. ສ່ວນ​ຄຳ​ວ່າ ບັນຊີ​ລາຍ​ຊື່​ຂົງ​ເຂດ​ຫ້າມ​ບໍ່​ໃຫ້​ລົງທຶນ , ຄວາມ​ຈິງ​ແລ້ວ ​ເປັນການ​ກຳນົດ​ບັນຊີດຳ​ສະ​ເພາະ​ຂົງ​ເຂດ​ການ​ລົງທຶນ, ນອກຈາກ​ຂົງ​ເຂດ​ທີ່ກຳນົດ​ໄວ້​ໃນ​ບັນຊີ​ສະບັບ​ນີ້​ແລ້ວ, ຂໍ​ແຕ່​​​ເປັນ​ຂົງ​ເຂດ​ທີ່ກົດໝາຍ​ບໍ່​ໄດ້​ເກືອດ​ຫ້າມ,ນັກ​ລົງທຶນ​ກໍ່​ສາມາດ​ລົງທຶນໄດ້.

ນອກ​ນີ້, ​ເຂດ​ການ​ຄ້າ​ເສລີ​ຊຽງ​ໄຮ ຍັງ​ໄດ້​ຄັດ​ເລືອກ 6 ຂົງ​ເຂດ​​ໃຫຍ່​ຄື ການ​ບໍລິການ​ດ້ານ​ການ​ເງິນ, ການ​ບໍລິການ​ດ້ານ​ການ​ຂົນ​ສົ່ງ​ທາງ​ນ້ຳ, ກາ​ນບໍລິການ​ດ້ານ​ການ​ຄ້າ, ການ​ບໍລິການ​ຕາມ​ຂະ​ແໜງ​ການ, ການ​ບໍລິການ​ດ້ານ​ວັດທະນະທຳ​ແລະ​ການ​ບໍລິການ​ທາງ​ສັງຄົມ, ​ເພື່ອ​ປະຕິບັດ​ມາດ​ຕະການ​ໄຂ​ປະຕູ​ສູ່​ພາຍ​ນອກ ຈຳນວນ 32 ​ມາດຕາ, ຢຸດ​ເ​ຊົາຫຼື​ຍົກ​ເລີກ​ມາດ​ຕະການ​ຈຳກັດ​ການ​ອະນຸມັດ​ເຂົ້າ​ຕະຫຼາດ, ສ້າງ​ສະພາບ​ແວດ​ລ້ອມ​ທີ່​ອະນຸມັດ​ໃຫ້​ນັກ​ລົງທຶນ​ປະ​ເພດ​ຕ່າງໆ​ສາມາດ​ເຂົ້າ​ຕະຫຼາດ​ໄດ້​ຢ່າງ​ສະ​ເໝີ​ພາບ.