ສະຖານທູດຈີນ​ປະຈຳ​ອິນ​ໂດ​ເນ​ເ​ຊຍ​ແລະ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ຈັດ​ງານ​ລ້ຽງ​ສະ​ຫຼອງ​ວັນ​ຊາດ​ຈີນ​ຄົບ​ຮອບ 64 ປີ

(GMT+08:00) 2013-10-01 19:01:57     cri

ຕອນ​ຄ່ຳ​ວັນ​ທີ 25 ກັນຍາ​ຜ່ານ​ມາ​ນີ້, ສະຖານທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ​ແລະ​ສະຖານທູດ​ຈີນ​ປະຈຳ​ອາ​ຊຽນ​ໄດ້​ຮ່ວມ​ກັນ​ຈັດ​ງານ​ລ້ຽງ​ສະ​ຫຼອງ​ວັນ​ຊາດ​ສປ ຈີນ​ຄົບຮອບ 64 ປີ ​ແລະ​ພິທີ​ເປີດ​ງານ​ວາງສະ​ແດງ​ສິລະ​ປະ​ຮູບ​ແຕ້ມ​ແລະ​ການ​ຂຽນ​ງາມ​ຍຸກ​ປະຈຸ​ບັນ​ຂອງ​ຈີນ​ຢູ່​ນະ​ຄອນ​ຫຼວງ​ຈາ​ກາກ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ. ທ່ານບາ​ຮາຣຸດດິນ ຈູ​ຊຸຟ ຮາ​ບີ​ບີ ອະດີ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ, ທ່ານ​ນາງ ມາຣີ ອັນ​ຄາ ປານ​ເກັສທູ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ທ່ອງ​ທ່ຽວ​ແລະ​​ເສດ​ຖະ​ກິດ​ປະດິດ​ສ້າງອິນ​ໂດ​ເນ​ເຊຍ, ທ່ານ​ອາ​ເມຍ ລັດຖະມົນຕີ​ວ່າ​ການ​ກະ​ຊວງ​ຕຸ​ລາ​ການ​ແລະ​ສິດທິ​ມະນຸດ​ອິນ​ໂດ​ເນ​ເຊຍ,ພ້ອມ​ດ້ວຍ​ຜູ້​ທີ່​ໄດ້​ປະກອບສ່ວນສ້າງ​ໄມຕີ​ຈິດ​ຂອງ​ວົງ​ການ​ຕ່າງໆ, ບັນດາ​ທູດ​ຕາ​ນຸທູດ​ປະ​ເທດ​ຕ່າງໆ, ຜູ້ຕາງໜ້າ​ບໍລິສັດ​ຈີນ, ນັກ​ສຶກສາ​ຈີນ​ແລະ​ຄູ​ອາຈານ​ອາສາ​ສະໝັກ​ຈີນ​ທີ່​ຢູ່​ອິນ​ໂດ​ເນ​ເຊຍ​ລວມທັງ​ໝົດ 1000ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ງານ.

ກ່ອນ​ອື່ນ, ທ່ານ​ຫຼິວຈ້ຽນຊາວ ​ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ງານ​ລ້ຽງ. ທ່ານ​ກ່າວ​ວ່າ, ປີ​ນີ້​ແມ່ນ​ປີ​ທີ່​ຈີນ​ແລະ​ອາ​ຊຽນສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຄົບຮອບ 10ປີ, ການ​ລົງ​ເລິກ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ແມ່ນທາງ​​ເລືອກ​ດ້ານ​ຍຸດ​ທະ​ສາດ​ຂອງ​ຈີນ​ໃນ​ໄລຍະ​ຍາວ​ແລະ​ເປັນ​ທິດ​ບູລິ​ມະ​ສິດ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ​ຕໍ່​ປະ​ເທດ​ອ້ອມ​ຂ້າງ​ຂອງ​ຈີນ. ຈີນ​ຍ້ອງຍໍ​ອິນ​ໂດ​ເນ​ເຊຍ​ທີ່​ໄດ້​ເສີມ​ຂະ​ຫຍາຍ​ບົດບາດທີ່​ສຳຄັນ​ໃນ​ການ​ຊຸກຍູ້ອາ​ຊຽນຮ່ວມ​ມື​ກັບ​ຈີນ, ​ແລະ​ຈີນ​ຈະ​ສືບ​ຕໍ່​ຍຶດໝັ້ນ​ປະຕິບັດ​ນະ​ໂຍບາຍ​​ໄມຕີ​ຈິດ​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​​ເຮືອນ​ຄຽງ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ກັບປະ​ເທດ​ໃກ້​ຄຽງ​ແລະ​ຖື​ປະ​ເທດ​ໃກ້​ຄຽງ​ເປັນ​ໝູ່ຄູ່, ຮ່ວມ​ກັບປະ​ເທດ​ຕ່າງໆ​ໃນ​ອາ​ຊຽນລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ​ເປີດ​ທົດ​ສະ​ວັດ​ເພັດພອຍ​​ແຫ່ງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.

ທ່ານ​ນາງ ມາຣີ ອັນ​ຄາ ປານ​ເກັສທູ ລັດຖະມົນຕີ​ວ່າການ​ກະຊວງ​ການທ່ອງທ່ຽວ​ແລະ​ເສດຖະກິດ​ປະດິດ​ສ້າງ​ອິນ​ໂດ​ເນ​ເຊຍ​ໄດ້​ຕາງໜ້າ​ລັດຖະບານ​ອິນ​ໂດ​ເນ​ເຊຍ​ອວຍພອນ​ວັນ​ຊາດ​ສປ ຈີນ​ຄົບຮອບ 64ປີ, ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລດ​ອັນ​ຍິ່ງ​ໃຫຍ່​ຂອງ​ຈີນ​ໃນ​ການ​ກໍ່ສ້າງ​ປະ​ເທດ​ຊາດ, ນາງ​ເຊື່ອ​ໝັ້ນ​ແລະ​ອວຍພອນ​ຄວາມ​​ໄຝ່ຝັນ​ຈີນ​ຈະ​ປະກົດ​ຜົນ​ເປັນ​ຈິງ​ໂດຍ​ໄວ. ນາງ​ກ່າວ​ວ່າ, ນັບ​ແຕ່​ອິນ​ໂດ​ເນ​ເຊຍ​ແລະ​ຈີນ​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ2005​ເ​ປັນ​ຕົ້ນ​ມາ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດໃນ​ຂົງ​ເຂດ​ຕ່າງ​ໆ​ເປັນ​ຕົ້ນ​ແມ່ນ​ເສດຖະກິດ​ການ​ຄ້າ​ໄດ້​ກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ. ອິນ​ໂດ​ເນ​ເຊຍ​ຍິນ​ດີ​ຕ້ອນຮັບ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງທີ່​ຈະ​ເດີນທາງ​ມາ​ຢ້ຽມຢາມ​ອິນ​ໂດ​ເນ​​ເຊຍທາງ​ລັດ​ຖະ​ກິດ, ​ແລະ​ຫວັງ​ຢາກ​ຖືກ​ການ​ຢ້ຽມຢາມ​ໃນ​ຄັ້ງ​ນີ້​ເປັນ​ໂອກາດ​ທີ່​ດີ​ເພື່ອ​ຊຸກ​ຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ກ້າວ​ໄປ​ສູ່​ລວງ​ເລິກ​ຫຼາຍ​ກວ່າ​ເກົ່າ,​ກວ້າງຂວາງ​ກວ່າ​ເກົ່າ​ແລະ​ມີ​ລະດັບ​ສູງ​ກວ່າ​ເກົ່າ​ຢ່າງບໍ່​ຢຸດ​ຢັ້ງ.