ຜູ້​ບັນຊາ​ການ​ກອງ​ປ້ອງ​ກັນ​ການ​ປະຕິວັດອິສຣາມ​ອີຣານກ່າວ​ວ່າ, ການ​ຢຸດ​ເຊົາການ​ລົງ​ໂທດ​ແມ່ນ​ເງື່ອນ​ໄຂ​​ເບື້ອງ​ຕົ້ນແຫ່ງ​ການ​ຟື້ນ​ຟູ​ການ​ພົວພັນ​ເປັນ​ປົກກະຕິ​ລະຫວ່າງ​ອີຣານກັບ​ອາ​ເມ​ລິ​ກາ

(GMT+08:00) 2013-10-01 16:59:36     cri
ວັນ​ທີ 30 ກັນຍາ​ຜ່ານ​ມາ​ນີ້, ທ່ານ​ໂມ​ຮາ​ມັດ ອາລີ ຈາ​ຟາຣີ, ຜູ້​ບັນຊາ​ການ​ກອງ​ປ້ອງ​ກັນ​ການ​ປະຕິວັດ​ອິສຣາມອີຣານກ່າວ​ວ່າ, ອາ​ເມ​ລິ​ກາ​ຢຸດ​ເຊົາການ​ລົງ​ໂທດ​ອີຣານ​ແລະຮັບຮອງ​ສິດ​ນຳ​ໃຊ້​ນິວ​ເຄຼຍຂອງ​ອີຣານ​ແມ່ນ​ເງື່ອນ​ໄຂ​​​ເບື້ອງ​ຕົ້ນແຫ່ງ​ການ​ຟື້ນ​ຟູ​ການ​ພົວພັນ​ອີຣານອາ​ເມ​ລິ​ກາ​ເປັນ​ປົກກະຕິ.

ມື້​ດຽວ​ກັນ, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ, ທ່ານ​ຈາ​ຟາຣີກ່າວ​ວ່າ, ຖ້າວ່າ​ ອາ​ເມ​ລິ​ກາ​ຢາກ​ໄດ້ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ອີຣານ, ຕ້ອງ "ຢຸດ​ເຊົາ​ການ​ລົງ​ໂທດ​ຕໍ່​ອີຣານ, ​ເຊົາ​ງົດ​ຊັບ​ສິນ​ອີຣານທີ່​ຢູ່​ອາ​ເມ​ລິ​ກາ, ຢຸດ​ເຊົາການ​ຖື​ອີຣານ​ເປັນ​ສັດຕູ​ແລະ​ກົນອຸບາຍ​ຕ້ານ​ອີຣານ, ​ແລະຮັບຮອງ​ສິດ​ນຳ​ໃຊ້​ນິວ​ເຄຼຍຂອງ​ອີຣານ".

ທ່ານ​ຈາ​ຟາຣີ​ໄດ້​ຕິຕຽນ​ທ່ານ​ຮາ​ຊັນ ​ໂຣຮາ​ນີ, ປະທານາທິບໍດີ​ອີຣານທີ່​ໄດ້​ລົມ​ໂທລະສັບ​ກັບ​ທ່ານ​ບາຣັກ​ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ. ທ່ານ​ກ່າວ​ວ່າ, ກ່ອນ​ອາ​ເມ​ລິ​ກາ​ໄດ້​ໃຊ້​ບາດກ້າວ​ຕົວ​ຈິງ​ເພື່ອ​ສະ​ແດງ​ຄວາມ​ຈິງ​ໃຈ​ໃນ​ການ​ເຄື່ອນ​ໄຫວ, ອີຣານຄວນຫຼີກ​ເວັ້ນການຕິດ​ຕໍ່​ກັບ​ອາ​ເມ​ລິ​ກາ​ໂດຍ​ກົງ.