ສະຖານທູດ​ຈີນ​ປະຈຳ​ຊີຣີຖືກຫຼອນ​ໂຈມ​ຕີ

(GMT+08:00) 2013-10-01 17:03:56     cri
ວັນ​ທີ 30 ກັນຍາ​ຜ່ານ​ມາ​ນີ້, ສິ່ງກໍ່ສ້າງຫຼາຍ​ແຫ່ງ​ຢູ່​ນະຄອນຫຼວງດາ​ມັກ​ຂອງ​ຊີຣີຖືກ​ປືນ​ຄົກຫຼອນ​ໂຈມ​ຕີ, ​ໃນ​ນັ້ນ, ລະ​ເບີດ​ໜ່ວຍ​ໜຶ່ງຕົກ​ຢູ່​ໃນ​ເດີນ​ຂອງ​ສະຖານທູດ​ຈີນ​ປະຈຳ​ຊີຣີ​ແລະ​ລະ​ເບີດ​ຂຶ້ນ, ​ເຮັດ​ໃຫ້​ພະນັກງານ​ສັນຊາດ​ຊີຣີຄົນໜຶ່ງ​ບາດ​ເຈັບ.

ມື້​ດຽວ​ກັນ, ທ່ານຮົງ​ເຫຼີຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ມີ​ຄວາມ​ເຫັນ​ຕໍ່​ເລື່ອງ​ນີ້, ​ໂດຍ​ກ່າວ​ວ່າ, ຝ່າ​ຍຈີນ​ສະ​ແດງ​ຄວາມ​ຕື່ນ​ຕົກ​ໃຈ​​ແລະ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເລື່ອງ​ນີ້. ຝ່າຍຈີນຮຽກຮ້ອງອີກ​ເທື່ອ​ໜຶ່ງ​ ຕໍ່ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຂອງ​ຊີຣີ ຈົ່ງ​ຢຸດ​ຍິງ​ໃສ່​ກັນ​ແລະຢຸດ​ໃຊ້​ກຳລັງຮຸນ​ແຮງ​ໃສ່​ກັນ​ໃນ​ທັນທີ, ຈັດ​ການ​ເຈລະຈາ​ໂດຍ​ໄວ, ສິ້ນ​ສຸດ​ວິ​ກິດ​ການ, ຟື້ນ​ຟູ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ຊີຣີ.