ໜ່ວຍ​ກວດກາອາວຸດ​ເຄມີສະຫະ​ປະຊາ​ຊາດ​​ເດີນທາງ​ໜີຈາກ​ຊີຣີ

(GMT+08:00) 2013-10-01 17:06:13     cri
ວັນ​ທີ 30 ກັນຍາ​ຜ່ານ​ມາ​ນີ້, ຫຼັງຈາ​ກ​ໄດ້​ສຳ​ເລັດໜ້າ​ທີ່​​ກວດກາແລ້ວ, ໜ່ວຍ​​ກວດກາ​ອາວຸດ​ເຄມີ​ຊີຣີຂອງ​ອົງການ​ສະຫະ​ປະຊາ​ຊາດ​ເດີນທາງ​​ອອກ​ຈາກ​ນະຄອນຫຼວງດາ​ມັສຂອງ​ຊີຣີ.

ມື້​ດຽວ​ກັນ, ​ໃນ​ກອງ​ປະຊຸມ​ຂ່າວ, ທ່ານ​ມາ​ຕິນ ​ເນ​ຊິວ​ຄີ, ​ໂຄສົກ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​​ເຜີຍ​ໃຫ້ຮູ້​ວ່າ, ​ໃນ​ການ​ປະຕິບັດໜ້າ​ທີ່​ເທື່ອ​ນີ້, ໜ່ວຍ​​ກວດກາອາວຸດ​ເຄມີ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້ຮັບ​ການ​ປະສານ​ສົມທົບ​ຢ່າງ​ຕັ້ງໜ້າ​ຈາກ​ຊີຣີ, ​ໄດ້​ສຳ​ເລັດ​ວຽກ​ງານ​ທີ່​ດຳ​ເນີນ​ເປັນ​ເວລາ 6 ວັນ, ​​ແລ້ວເດີນທາງອອກ​ຈາກ​ຊີຣີ. ຄາດ​ວ່າ, ໜ່ວຍ​ງານ​ດັ່ງກ່າວ​ຈະສຳ​ເລັດ​ບົດ​ລາຍ​ງານຮອບດ້ານ​ສະບັບ​ໜຶ່ງ​ໃນ​ທ້າຍ​ເດືອນ​ຕຸລາ​ນີ້. ນອກ​ນັ້ນ, ໜ່ວຍ​​ກວດກາທີ່​ສົ່ງ​ໂດຍ​ອົງການ​ສົນທິສັນຍາ​​ເກືອດ​ຫ້າມ​ອາວຸດ​ເຄມີ​ນັ້ນ ຈະ​​ເລີ່​ມ​ດຳ​ເນີນ​ວຽກ​ງານ​ໃນ​ວັນ​ທີ 1 ຕຸລາ​ນີ້, ​ຕໍ່​ໄປ​, ຍັງ​ຈະ​ມີ​ໜ່ວຍ​ຊ່ຽວຊານ​ຂະໜາດ​ໃຫຍ່​ກວ່າ​ເກົ່າ​ເຂົ້າ​ໃນ​ຊີຣີ.