ການ​ອະພິປາຍ​​ທົ່ວ​ໄປ​ຂອງ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 68 ສິ້ນ​ສຸດ​ລົງ

(GMT+08:00) 2013-10-02 15:36:45     cri
ວັນ​ທີ 1 ຕຸລາ​ນີ້, ການ​ອະພິປາຍ​​ທົ່ວ​ໄປ​ຂອງ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 68 ​ໄດ້ສິ້ນ​ສຸດ​ລົງຢູ່​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ທີ່​ນີວຢອກ.

​ໃນ​​ເວລາກ່າວ​ສະຫຼຸບ​ກ່ອນ​ການ​ອະພິ​ປາຍ​ສິ້ນ​ສຸດ​ລົງ, ທ່ານ​ໂຈນ ວິ​ລຽມ ອາ​ເຊີ, ປະທານ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຄັ້ງ​ນີ້​ກ່າວ​ວ່າ, ​ໃນ​ການ​ອະພິປາຍທົ່ວ​ໄປ​ເທື່ອ​ນີ້, ຜູ້ຕາງໜ້າ​ຂອງ​ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ໄດ້​ກ່າວ​ເຖິງ​ຫົວ​ຂໍ້​ຕົ້ນຕໍ​ຂອງ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​​ແລະ​ການ​ອະພິປາຍທົ່ວ​ໄປ​ເທື່ອ​ນີຄື: "​ກະກຽມ​​ເປັນ​ຢ່າງ​ດີ​​ເພື່ອ​ຫົວ​ຂໍ້​ອະພິປາຍການ​ພັດທະນາ​ຫຼັງ​ປີ 2015", ​ເຂົາ​ເຈົ້າ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ຄັດ​ເລືອກ​ດັ່ງກ່າວ, ​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສະໜອງ​ການ​ສະໜັບສະໜູນ​ແລະ​ການ​ຮ່ວມ​ມື​ຢ່າງ​ສຸ​ດຂີດ.

ທ່ານ​ອາ​ເຊີ​ກ່າວ​ວ່າ, ຜູ້ຕາງໜ້າ​ຂອງ​ຫຼາຍ​ປະ​ເທດ​ກ່າວ​ເນັ້ນ​ໃນ​ການ​ອະພິປາຍ​ທົ່ວ​ໄປ​ວ່າ, ປະຊາ​ຄົມ​ໂລກ​ຄວນ​ລົງມື​ສ້າງຫົວ​ຂໍ້​ພະ​ພິປາຍການ​ພັດທະນາ​ທົ່ວ​ໂລກ​ບົນ​ພື້ນຖານ​ໝາກຜົນ​ຂອງ "​ກອງ​ປະຊຸມ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ" ທີ່​ຈັດ​ຂຶ້ນ​ຢູ່ຣີ​ໂອຂອງ​ເບຼຊີ​ນ; ພ້ອມ​ກັນ​ນັ້ນ​ປະຊາ​ຄົມ​ໂລກ​ຍັງ​ໄດ້​ຫາບ​ແບ​ກຄວາມ​ຮັບຜິດຊອບ​ຮ່ວມ​ກັນ​ທີ່​ປະຕິບັດ​​ເປົ້າ​ໝາຍສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາຂອງ​ອົງການ​ສະຫະ​ປະຊາ​ຊາດ​ກ່ອນປີ 2015 ​ເຊິ່ງ​ເປັນ​ເວລາ​ກຳນົດ​ສຸດ​ທ້າຍ.