ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ອິນ​ໂດ​ເນ​ເຊຍ​ແລະ​ມະ​ເລ​ເຊຍ​ແລະ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ເອ​ເປັກ

(GMT+08:00) 2013-10-02 15:49:38     cri
ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຊູ​ຊີ​ໂລ ບຳບັງ ​ໂຢ​ໂດ​ໂຢ​ໂນ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ,​ແລະ​ທ່ານ​ອັບ​ດູ​ນ ຮາ​ລິ​ມ ມູ​ອັດ​ຈາມ ຊາ ປະມຸກ​ລັດ​ສູງ​ສຸດ​ຂອງ​ມະ​ເລ​ເຊຍ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ຈາກ​ນະຄອນຫຼວງ​ປັກ​ກິ່ງ​ໃນ​ຕອນ​ເຊົ້າ​ວັນ​ທີ 2 ຕຸລາ​ນີ້, ​ໄປ​ຢ້ຽມຢາມ​ 2 ປະ​ເທດດັ່ງກ່າວ​ທາງ​ລັດຖະກິດ​ແລະ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກຫຼື​ເອ​ເປັກ​ຄັ້ງທີ 21 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເກາະ​ບາ​ຫຼີຂອງອິນໂດເນເຊຍ.

ນີ້​ແມ່ນ​​ເທື່ອທຳ​ອິດ​ທີ່​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ໄປ​ຢ້ຽມຢາມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລະ​ກໍ່​ແມ່ນ​ເທື່ອ​ທຳ​ອິດ​ທີ່​ທ່ານ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ເອ​ເປັກ.