ທີ່​ປຶກສາ​ການ​ເມືອງ​ສະຖານທູດ​ອິນ​ໂດ​ເນ​ເຊຍ​ປະ​ຈຳ​ຈີນ​ກ່າວ​ວ່າ​ເຊື່ອ​ວ່າ​ການ​ຢ້ຽມ​ຢາມ​ອິນ​ໂດ​ເນ​ເຊຍ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິ​ງ​ຈະ​ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ

(GMT+08:00) 2013-10-02 16:06:10     cri
ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານຊູຊີ​ໂລ ບຳບັງ ​ໂຢ​ໂດ​ໂຢ​ໂນ ປະທານາທິບໍດີ​ອິນ​ໂ​ດ​ເນ​ເຊຍ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ເລີ່​ມ​ ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍແຕ່​ວັນ​ທີ 2 ຕຸລາ​ນີ້​ເປັນ​ຕົ້ນ​ໄປ, ​ແລະ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ອົງການ​ຮ່ວມ​ມື​ເສດ​ຖະ​ກິດ​ອາຊີ​ປາຊີ​ຟິກຫຼື​ເອ​ເປັກ​ຄັ້ງ​ທີ 21 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ. ທ່ານ​ຊູ​ເກງ ວາ​​ໂຮ​ໂນ  ທີ່​ປຶກສາ​ການ​ເມືອງ​ຂອງ​ສະຖານທູດ​ອິນ​ໂດ​ເນ​ເຊຍ​ປະຈຳ​ຈີນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸCRI​ວ່າ, ການ​ພັດທະນາ​ຂອງ​ຈີນ​ບໍ່​ແມ່ນ​ໄພ​ຂົ່ມຂູ່. ​ເຊື່ອ​ວ່າ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ໃນ​ຄັ້ງ​ນີ້​ຈະ​ສາມາດ​ຍົກ​ລະດັບ​ການ​ພົວພັນ​ລະຫວ່າງອິນ​ໂດ​ເນ​ເຊຍ​ກັບ​ຈີນ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ, ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ​ຫຼາຍ​ກວ່າ​ເກົ່າ.

ທ່ານ​ຊູ​ເກງ ວາ​ໂຮ​ໂນ ກ່າວ​ວ່າ: ພວກຂ້າພະ​ເຈົ້າບໍ່​ຄວນ​ເຂົ້າ​ຫຍຸ້ງ​​ໃນເລື່ອງ​ອະດີດ, ​ເລື່ອງ​ອະດີດ​ໄດ້​ກາຍ​ເປັນ​ປະຫວັດສາດ​ແລ້ວ. ປະຈຸ​ບັນ, ຈີນ​ໄດ້​ພັດທະນາກາຍ​ເປັນ​ປະ​ເທດ​ເຂັ້ມ​ແຂງ​ໃນ​ດ້ານ​ເສ​ດຖະກິດ​ແລະ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​​ທີ່ຈະ​ເລີ​ນຮຸ່ງ​ເຮືອງ. ພວກ​ຂ້າພະ​ເຈົ້າ​ບໍ່​ຄວນ​ຖື​ການ​ພັດທະນາ​ຂອງ​ຈີນ​ເປັນ​ໄພ​ຂົ່ມຂູ່.

ທ່ານ​ຊູ​ເກງ ວາ​ໂຮ​ໂນ​ເຜີຍ​ໃຫ້​ຮູ້​ວ່າ, ​ໃນ​ໄລຍະ ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງຢ້ຽມຢາມ​ອິນ​ໂດ​ເນ​ເຊຍ, ທ່ານ​ປະທາ​ນາ​ທິບໍດີ​ຊູຊີ​ໂລ ຈະ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ, ​ແລະ​ເປັນ​ສັກຂີ​ພິຍານ​ລົງ​ນາມ​ບົດ​ບັນທຶກຄວາມ​ເຂົ້າ​ໃຈ​ການ​ຮ່ວມ​ມື​ຫຼາຍ​ສະບັບ, ຊຶ່ງ​ກ່ຽວ​ພັນ​ກັບ​ການ​ປະມົງ, ການທ່ອງທ່ຽວ​, ອຸດສາຫະກຳ​ແລະ​ອື່ນໆ. ສອງ​ຝ່າຍ​ຍັງ​ຈະ​ປຶກສາ​ຫາລື​ການ​ສ້າງ​ຕັ້ງ​ສະຖານກົງ​ສຸນຈີນ​ປະຈຳ​ຢູ່​ເກາະ​ບາ​ຫຼີ​ແລະ​ບັນ​ຫາ​ອື່ນໆ​ອີກ.