ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ຈະ​ເຊັນ​ສັນ​ຍາ​ຮັບ​ຮອງ​ໃບ​ຢັ້ງ​ຢືນ​ລະ​ດັບ​ການ​ສຶກ​ສາ​ເຊິ່ງ​ກັນ​ແລະ​ກັນ

(GMT+08:00) 2013-10-02 16:10:38     cri
ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸCRI, ທ່ານ​ເຄຣູນ ອານ​ວາ ທີ່​ປຶກສາ​ການ​ສຶກສາ​ຂອງ​ສະຖານທູດ​ອິນ​ໂດ​ເນ​ເຊຍ​ປະຈຳ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ, ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ​ຂອງ​ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ຈະ​ລົງ​ນາມ​ໃນ​ສັນຍາ​ວ່າ​ດ້ວຍ​ການ​ຮັບຮອງ​ໃບ​ຢັ້ງຢືນ​ລະດັບ​ການ​ສຶກສາ​ເຊິ່ງກັນ​ແລະ​ກັນ ​ໃນ​ໄລຍະ​ທີ່​ທ່ານ​ປະທານ​ສີຈິ້ນ​ຜິ​ງຢ້ຽມຢາມ​ອິນ​ໂດ​ເນ​ເຊຍ.ທ່ານ​ອານ​ວາ​ກ່າວ​ວ່າ, ພາສາ​ຈີນ​ກຳລັງ​ກາຍ​ເປັນ​ພາສາ​ທີ່​ໃຊ້​ທົ່ວ​ໄປ​ໃນ​ທົ່ວ​ໂລກ, ນັກ​ສຶກສາ​ອິນ​ໂດ​ເນ​​ເຊຍ​ທີ່​ຄົ້ນຄວ້າ​ຮ່ຳຮຽນ​ຢູ່​ຈີນ​ນັບ​ມື້ນັບ​ເພີ່ມ​ຫຼາຍ​ຂຶ້ນ. ອິນ​ໂດ​ເນ​ເຊຍ​ຫວັງ​ວ່າ, ການ​ເຊັນ​ສັນຍາ​ດັ່ງກ່າວ​ນີ້​ຈະ​ສາມາດ​ຊຸກຍູ້​ໃຫ້​ນັກ​ສຶກສາ​ຈີນມາ​ຮຽນ​ຢູ່​ອິນ​ໂດ​ເນ​ເຊຍ​​ໃຫ້​ຫຼາຍ​ຂຶ້ນ​ຕື່ມ​ອີກ.