ທ່ານ​ສີ​ຈິ້ນ​ຜິ​ງ​ເດີນ​ທາງ​ໄປ​ເຖິງ​ນະ​ຄອນ​ຫຼວງ​ຈາ​ກາກ​ຕາ​ເລີ່​ມຢ້ຽມຢາມ​ອິນ​ໂດ​ເນ​ເຊຍ

(GMT+08:00) 2013-10-02 16:14:38     cri
ທ່ານ​ສີຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ໄປ​ເຖິງ​ນະ​ຄອນ​ຫຼວງ​ຈາ​ກາກ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ຕອນ​ບ່າຍ​ວັນ​ທີ 2 ຕຸລາ​ນີ້,​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​ທາງ​ລັດຖະກິດ.

ໃນ​ໄລຍະ​ຢ້ຽມຢາມ, ທ່ານປະທານ​ສີ​ຈິ້ນ​ຜິ​ງຈະ​ພົບ​ປະ​ເຈລະຈາ​ກັບ​ທ່ານ​​ຊູຊີ​ໂລ ບຳລັງ ​ໂຢ​ໂດ​ໂຢ​ໂນ ປະທານາທິບໍດີອິນ​ໂດ​ເນ​ເຊຍ​, ​ແລະ​ຈະ​ຮ່ວມ​ກັບ​ທ່ານ​ຊູຊີ​ໂລ​ເຂົ້າ​ຮ່ວມ​ງານ​ລ້ຽງອາຫານ​ທ່ຽງຂອງວົງ​ການ​ທຸລະ​ກິດ, ​ແລະຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານ​ໂບດີ​ໂອ​ໂນ ຮອງ​ປະທານາທິບໍດີ​ແລະ​ຜູ້ນຳ​ສະພາ​ອິນ​ໂດ​ເນ​ເຊຍ. ທ່ານ​ປະທານ​ສີ​ຈິ້ນ​ຜິ​ງຍັງ​ຈະ​ກ່າວ​ປາຖະ​ກະຖາ​ຢູ່​ທີ່​ລັດຖະສະພາ​ອິນ​ໂດ​ເນ​ເຊຍ​ຕາມ​ການ​ເຊີນ,​ໂດຍ​ຈະ​ບັນ​ລະ​ຍາຍ​ໂຄງ​ຄວາມ​ຄິດ​ຂອງ​ຈີນ​​​​ໃນການ​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ຈີນ-ອິນ​ໂດ​ເນ​ເຊຍ​ແລະ​ການ​ພັດທະນາ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນພ້ອມ​ດ້ວຍ​ແນວ​ຄິດ​ພັດທະນາ​ໂດຍ​ສັນຕິ​ຂອງ​ຈີນ.

ທ່ານ​ຊູຊີ​ໂລ​ກ່າວ​ໃນ​ເມື່ອ​ມໍ່ໆ​ມາ​ນີ້​ວ່າ, ປະຊາຊົນ​ອິນ​ໂດ​ເນ​ເຊຍ​ຍິນ​ດີ​ຕ້ອນຮັບ​ທ່ານ​ປະທານ​ສີ​ຈິ້ນຜິ​ງທີ່​ຈະ​​ເດີນທາງ​ມາ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​ທາງ​ລັດຖະກິດ​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ເອ​ເປັກ​ຄັ້ງ​ທີ 21 ທີ່​ຈະ​ຂັດ​ຂຶ້ນ​ຢູ່​ເກາະ​ບາ​ຫຼີ. ຂ້າພະ​ເຈົ້າ​ຄອງ​ຄອຍ​ຈະ​ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ກັບ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງກ່ຽວ​ກັບ​ການ​ພົວພັນລະຫວ່າງ​ສອງ​ຝ່າຍ​ພ້ອມ​ດ້ວຍ​ບັນຫາ​ສຳຄັນຂອງ​ພາກ​ພື້ນ​ແລະ​ສາກົນ, ຮັດ​ແໜ້ນມິດຕະພາບ,​ເພີ່ມ​ທະວີ​ການ​ຮ່ວມ​ມື, ຊຸກ​ຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.

ອິນ​ໂດ​ເນ​ເຊຍ​ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງຢ້ຽມຢາມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໃນ​ຄັ້ງ​ນີ້. ຫຼັງ​ຈາກ​ນັ້ນ, ທ່ານ​ຍັງ​ຈະ​ເດີນທາງ​ໄປ​ຢ້ຽມຢາມມະ​ເລ​ເຊຍ​ທາງ​ລັດຖະກິດ, ​ແລະຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ເອ​ເປັກ​ຄັ້ງທີ 21 ທີ່ຈັດ​ຂຶ້ນ​ຢູ່​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ​ແຕ່​ວັນທີ 7ຫາ​ວັນ​ທີ 8 ຕຸລາ​ນີ້.