ທ່ານ​ສີຈິ້ນ​ຜິງ​ຮຽກ​ຮ້ອງ​ໃຫ້​ປະ​ຕິ​ບັດ​ຍຸດ​ທະ​ສາດ​ຊຸກ​ຍູ້​ການ​ພັດ​ທະ​ນາ​ດ້ວຍ​ການ​ປະດິດ​ສ້າງ​ໃຫ້​ສຳ​ເລັດ​ຜົນ

(GMT+08:00) 2013-10-02 16:21:04     cri
ເມື່ອ​ມໍ່ໆ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ລົງ​ຢ້ຽມຢາມເຮັດ​ວຽກ​ຢູ່​ເຂດນິຄົມ​ເຕັກນິກ​ສູງ​ຈົ່ງ​ກ່ວນຊຸນທີ່​ນະຄອນຫຼວງ​ປັກ​ກິ່ງຊຶ່ງ​ເປັນ​ເຂດ​ນິຄົມ​ເຕັກນິກ​ສູງ​ແຫ່ງ​ທຳ​ອິດ​ຂອງ​ຈີນ.ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ການ​ປະຕິບັດຍຸດ​ທະ​ສາດ​ຊຸກ​ຍູ້​ການ​ພັດທະນາ​ດ້ວຍ​ການ​ປະດິດ​ສ້າງ​ເປັນ​ສິ່ງ​ທີ່​ຕັດສິນ​​ໂຊກ​ຊະ​ຕາ​ຂອງ​ຊາດໃນ​ອະນາຄົດ​. ທ່ານ​ຮຽກຮ້ອງ​ໃຫ້​ຮັບ​ຮູ້​ຢ່າງ​ເຕັມ​ສ່ວນ​ຕໍ່​ບົດບາດ​ອັນ​ໃຫຍ່​ຫຼວງ​ຂອງ​ການ​ປະດິດ​ສ້າງ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ກຳ​ແໜ້ນ​ທ່າ​ອ່ຽງຂະຫຍາຍຕົວ​ຂອງ​ການ​ປະດິດ​ສ້າງ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ໂລກ​, ກຳ​ແໜ້ນ​​ແລະ​ນຳ​ໃຊ້​ໂອກາດ​ແຫ່ງ​ການ​ປະຕິ​ວັດ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຮອບ​ໃໝ່​ແລະ​ການ​ປະຕິ​ຮູບ​ດ້ານ​ອຸດສາຫະກຳ​ໃຫ້​ດີ, ຈັດ​ຕັ້ງ​ປະຕິບັດ​ການ​ຊຸກ​ຍູ້​ການ​ພັດທະນາ​ດ້ວຍ​ການ​ປະດິດ​ສ້າງ​​ໃຫ້​ເປັນ​ຍຸດ​ທະ​ສາດ​ສຳຄັນ​ທີ່​ຫັນ​ໜ້າ​ໄປ​ສູ່​ອະນາຄົດ.

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ສະ​ເໜີ​ໜ້າ​ທີ່​ວຽກ​ງານ​ໃນ5 ດ້ານ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ຍຸດ​ທະ​ສາດ​ດັ່ງກ່າວ,ຄື ໜຶ່ງ ສຸມ​ກຳລັງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ປະດິດ​ສ້າງ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​​ໃຫ້​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ການ​ພັດທະນາ​​ເສດຖະກິດ​ສັງຄົມ. ສອງ​,​ສຸມ​ກຳລັງ​ເຂົ້າ​ໃນ​ການ​ເພີ່ມ​ຄວາມ​ສາມາດ​ໃນ​ດ້ານ​ປະດິດ​ສ້າງ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ. ສາມ​,​ສຸມ​ໃສ່​ການ​ບູລະນະ​ກົນ​ໄກ​ການ​ພັດທະນາ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ສົມບູນ​ຂຶ້ນ. ສີ່ ,ສຸມ​ກຳລັງ​ເຂົ້າ​ໃນ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ດ້ານ​ນະ​ໂຍບາຍ​ທີ່​ດີ, ຫ້າ ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ແລະ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ.