ຊ່ຽວຊານ​ອາ​ເມ​ລິ​ກາ​ເຫັນ​ວ່າ, ລັດຖະບານ​ອາ​ເມ​ລິ​ກາ​ປິດ​ບໍລິການ​ເປັນ​ໄລຍະ​ສັ້ນ​ຈະ​ບໍ່​ສົ່ງ​ຜົນ​ກະທົບ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ເສດຖະກິດ

(GMT+08:00) 2013-10-02 16:24:41     cri
ວັນ​ທີ 1 ຕຸລາ​ນີ້, ທ່ານ​ເດ​ວິດ ສະ​ຕົກ​ຕັນ ນັກ​ຄົ້ນຄວ້າ​ອາວຸ​ໂສ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ສາກົນ​ປີ​ເຕີ​ຊັນ​ຊຶ່ງ​ເປັນ​ຄັງ​ປັນຍາ​ທີ່​ມີ​ຊື່​ສຽງ​ຂອງ​ອາ​ເມ​ລິ​ກາ​ກ່າວ​ວ່າ,ພາກສວນ​ທີ່​ບໍ່​ສຳຄັນ​ຂອງລັດຖະບານ​ສະຫະລັດ​ອາ​ເມ​ລິ​ກາ​ປິດ​ບໍລິການ​ເປັນ​ໄລຍະ​ສັ້ນ​ຈະ​ບໍ່​ສົ່ງ​ຜົນ​ກະທົບ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ເສດຖະກິດ​ອາ​ເມ​ລິ​ກາ, ​ແຕ່​ວ່າ ຫາກ​ອາ​ເມລິ​ກາ​ມີ​ການ​ກະທຳ​ລະ​ເມີດ​ສັນຍາ​ໜີ້​ສິນ, ກໍ່​ຈະ​ເກີດ​ມີຄວາມ​ສ່ຽງ​ທີ່​ເປັນ​ລະບົບຢ່າງ​ໜັກໜ່ວງ.

ທ່ານ​ສະ​ຕົກ​ຕັນ​ກ່າວ​ວ່າ, ຄາດ​ວ່າ ພາກສ່ວນ​ທີ່ບໍ່​ສຳຄັນ​ຂອງ​ລັດຖະບານ​ສະຫະລັດອາ​ເມ​ລິ​ກາ​ປິດ​ບໍລິການ​ອາທິດ​ໜຶ່ງ, ກໍ່​ຈະທ່ວງດຶງ​ການ​ເຕີບ​ໂຕ​ຂອງGDP​ ຂອງ​ອາ​ເມ​ລິ​ກາ​ ໃນ​ໄຕ​ມາດ​ທີ 4 ປະມານ 0,15%, ລັດຖະບານ​ປິດ​ບໍລິການ​ຍິ່ງ​ດົນ​​ເທົ່າ​ໃດ, ກໍ່​ຈະ​ເກີດ​ມີ​ຜົນ​ສະ​ທ້ອນ​ຕໍ່​ເສດ​ຖະ​ກິດ​ອາ​ເມ​ລິກຍິ່ງ​ຫຼາຍ​ເທົ່ານັ້ນ.

ສົກ​ການ​ເງິນ2014​ຂອງ​ລັດຖະບານສະຫະລັດ​ອາ​ເມ​ລິ​ກາ​ເລີ່​ມຕົ້ນ​ແຕ່​ວັນ​ທີ 1ຕຸລາ​ນີ້​ເປັນ​ຕົ້ນ​ໄປ, ​ເນື່ອງ​ຈາກ​ວ່າ, ພັກ​​ເດ​ໂມ​ເຄຼັດ​ແລະ​ພັກ​ລີ​ພັບ​ປຼີກັນ​ໃນ​ລັດ​ຖະສະພາ​ອາ​ເມ​ລິ​ກາ​ຍັງ​ບໍ່ທັນ​ສາມາດ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງດ້ານ​ງົບປະມານ​ຂອງ​ສົກ​ການ​ເງິນ​ໃໝ່​ເທື່ອ, ພາກ​ສ່ວນ​ທີ່​ບໍ່​ສຳ​ຄັນ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ຈິ່ງ​ຈຳ​ເປັນ​ຕ້ອງ​ປິດ​ບໍລິການ​ຄື​ທີ່​ໄດ້​​ປະຕິບັດ​​ເມື່ອ17​ປີ​ກ່ອນ. ​ເຫດການ​ພາກສ່ວນ​ລັດ​ຖະ​ບານ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ປິດ​ບໍລິການ​ໃນ​ຄັ້ງ​ນີ້,ຈະ​ແກ່ຍາວ​ດົນ​ປານ​ໃດ​ແມ່ນ​ຂຶ້ນ​ກັບ​ວ່າ​ສອງ​ພັກ​ດັ່ງກ່າວ​ນີ້​ຈະ​ສາມາດ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງດ້ານ​ງົບປະມານ​ໄດ້​ໃນ​ເວລາ​​ໃດ.