ອີຣານກ່າວ​ວ່າ, ການ​ຍອມຮັບ​ອີຣານມີ​ສິດ​ກັ່ນ​ເອົາ​ທາດ​ຢູ​ເຣນ້ຽມຂຸ້ນ​ແມ່ນ​ເປົ້າ​ໝາຍ​ສຸດ​ທ້າຍ​ຂອງ​ການ​ເຈລະຈາ​ນີວ​ເຄຼຍ

(GMT+08:00) 2013-10-02 16:28:18     cri

ວັນ​ທີ 1 ຕຸລາ​ນີ້, ຢູ່​ນະຄອນຫຼວງ​ເຕ​ເຮຣານຂອງ​ອີຣານ, ທ່ານ​ມາ​ເຈ ອັຟຮາມ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອີຣານກ່າວ​ວ່າ, ການ​ຍອມຮັບ​ ​ອີຣານມີ​ສິດ​ກັ່ນ​ເອົາ​ທາດ​ຢູ​ເຣນ້ຽມຂຸ້ນ​ແມ່ນ​ເປົ້າ​ໝາຍ​ສຸດ​ທ້າຍຂອງ​ການ​ເຈລະຈາ​ຮອບ​ໃໝ່​ລະຫວ່າງ​ອີຣານກັບ6ປະ​ເທດ​ຄື​ອາ​ເມ​ລິ​ກາ, ອັງກິດ,ຝະຣັ່ງ, ຣັດ​ເຊຍ,ຈີນ​ແລະ​ເຢຍລະ​ມັນ.

ຢູ່​ທີ່​ກອງ​ປະຊຸມ​ຂ່າວ​ທີ່​ຈັ​ດຂຶ້ນ​ໃນ​ວັນ​ທີ 1 ຕຸລາ​ນີ້, ທ່ານ​ອັຟຮາມຍັງ​ໄດ້​ຮຽກຮ້ອງ​ໃຫ້​ປະ​ເທດ​ຕາ​ເວັນ​ຕົກ​ຍົກ​ເລີກ​ການ​ລົງ​ໂທດ​ຕໍ່​ອີຣານ. ​ເພື່ອ​ເປັນ​ການ​ຕອບ​ຮັບ​ກັບ​ເລື່ອງນີ້, ອີຣານຈະ​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ກ່ຽວ​ກັບ​ບັນຫາ​ທີ່​ຍັງ​ມີ​ຄວາມ​ລະ​​ແຫວ​ງສົງ​ໃສ​​ໃນແຜນການ​ນີວ​ເຄຼຍ​ຂອງ​ອີ​ຣານ​ຕໍ່ 6 ປະ​ເທດ​ດັ່ງ​ກ່າວ​ນີ້. ອີ​ຣ​ານ​ຫວັງ​ໃຫ້ 6 ປະ​ເທດ​ນີ້​ສາມາດ​ວາງ​ຂໍ້​ກຳນົດ​ລະອຽດ​ກ່ຽວ​ກັບ​ການ​ເລີ່​ມຕົ້ນ​ແລະ​ການ​ສິ້ນ​ສຸດ​ຂອງ​ການ​ເຈລະຈາ​ຮອບ​ໃໝ່.

ທ່ານ​ອັຟຮາມ​ໄດ້​ທວງໃຫ້ອາ​ເມ​ລິ​ກາ​ປ່ຽນ​ແປງ​ການ​ກະທຳ​ຂອງ​ຕົນ​ໃນ​ການ​ແກ້​ໄຂ​ບັນຫາ​ນີວ​ເຄຼຍຂອງ​ອີຣານ​ແລະ​ການ​ພົວພັນ​ສອງ​ຝ່າຍ, ​ເພື່ອ​ຮັດ​ໃຫ້ການ​ເຈລະຈາ​ສາມາດ​ດຳ​ເດີນ​ໄປທ່າມກາງ​ບັນຍາກາດ​ທີ່ຜ່ອນຄາຍ.