ລາວ​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​​ກິລາແລ່ນ​ແລະ​ລານ 9 ປະ​ເພດ ຂອງ​ງານ​ຊີ​ເກ​ມ​ຄັ້ງ​ທີ 27

(GMT+08:00) 2013-10-02 16:30:33     cri
ທ່ານ​ສິດທິ​ໄຊ ສັກ​ປະ​ເສີດ ຫົວໜ້າຄູ​ຝຶກ​ສະມາ​ຄົມ​ກິລາ​ແລ່ນ​ແລະ​ລານ​ແຫ່ງ​ຊາດ​ລາວ​ກ່າວ​ໃນ​ວັນ​ທີ 1ຕຸລາ​ນີ້​ວ່າ, ສະມາຄົມ​ກິລາ​ແລ່ນ​ແລະ​ລານ​​ແຫ່ງ​ຊາດ​ລາວ​ຈະ​ສົ່ງ​ນັກ​ກິ​ລາ​ໄປ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກິລາ​ແລ່ນ​ແລະ​ລານ​ 9 ປະ​ເພດ​ໃນ​ງານ​ມະຫະກຳ​ກິລາ​ຊີ​ເກ​ມຄັ້ງ​ທີ 27 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ມຽນມາ​ໃນ​ທ້າຍ​ປີ​ນີ້.

ທ່ານ​ສິດທິ​ໄຊ ສັກ​ປະ​ເສີດ​ກ່າວ​ວ່າ, ​ໃນ​ງານ​ ​ຊີ​ເກ​ມຄັ້ງ​ນີ້, ທິມ​ແລ່ນ​ແລະ​ລານ​ຂອງ​ລາວ​ມີ​ຫວັງ​ຈະ​ຊິງ​ໄດ້​ຫຼຽນ​ໃນການ​ແຂ່ງຂັນ 4 ປະ​​ເພດ ຄື​ ​ແລ່ນ​ຂ້າມ​ຮົ້ວ​ຍິງ-ຊາຍ, ເຕັ້ນ​ໄກ​ຊາຍ, ແລ່ນ 10000 ​ແມັດ​ຍິງ.