ກອງ​ປະຊຸມ​ສຸດ​ຍອດ APEC ທີ່​ເກາະ​ບາຫຼີໜ້າ​ຄອງ​ຄອຍ

(GMT+08:00) 2013-10-02 15:59:31     cri
ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງຜູ້ນຳ​ອົງການຮ່ວມ​ມື​ເສດຖະກິດ​ອາຊີ​ປາຊິ​ຟິກຫຼື APEC ຄັ້ງ​ທີ 21 ຈະ​ຈັດ​ຂຶ້ນ​ຢູ່​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ. ອົງການ APEC ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍບົດບາດ​ນຳ​ໜ້າ​ໃນ​ການ​ຊຸກ​ຍູ້ການ​ຄ້າ​ແລະ​ການ​ລົງທຶນຢ່າງເສລີ​ແລະ​ສະດວກ, ​ແລະຊຸ​ກຍູ້​​ເສດຖະກິດ​ພາກ​ພື້ນ​ ​ເຊື່ອມ​ໂຍງ​ເຂົ້າກັນໄດ້ຫຼືບໍ່? ນີ້​ຄື​ເລື່ອງ​ທີ່​ເປັນຕາໜ້າ​ຄອງ​ຄອຍ.

ປີ​ມໍ່ໆ​ມາ​ນີ້, ກອງ​ປະຊຸມ​ສຸດ​ຍອດ APEC ທຸກ​ຄັ້ງ​ກໍ່​​ໄດ້​ເຮັດ​ໃຫ້​ຄົນ​ທັງຫຼາຍສົນ​ໃຈນຳຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນຂອງເສດຖະກິດ​ພາກ​ພື້ນ. ປະຈຸ​ບັນ, "ການ​ພົວພັນ​ຄູ່ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ຂອງ​ພາກ​ພື້ນ" ຫຼື RCEP ​ແລະ "ສັນຍາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຂ້າມ​ປາຊິ​ຟິກ" ຫຼື TPP ລ້ວນ​ແຕ່​ໄດ້ຮັບ​ການ​ຊຸກ​ຍູ້​ໄປ​ພ້ອມ​ກັນ. ສະ​ນັ້ນ, ຫຼາຍຄົນ​​ເປັນ​ຫ່ວງ​ນຳ​ອະນາຄົດ​ຂອງ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ເສດຖະກິດ​ພາກ​ພື້ນ​ອາຊີ​ປາຊິ​ຟິກ.

ຢູ່ພາກ​ພື້ນ​ອາຊີ​ປາ​ຊິ​ຟິກມີ​ອົງ​ກອນ​ເສດຖະກິດ​ທີ່ຍອດ​ປະລິມານ​ເສດຖະກິດ​​ໃນ​ຮອບ 3 ອັນ​ດັບ​ຕົ້ນ​ໃນ​ໂລກ, ທັງ​ມີ​ອົງ​ກອນ​ເສດຖະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຈຳນວນຫຼວງຫຼາຍ. ຈຸດ​ພິ​ເສດພື້ນຖານ​ດັ່ງກ່າວ​ນີ້​ໄດ້​ຕັດສິນ​ວ່າ ຂະ​ບວນການ​​ເຊື່ອມ​​ໂຍງ​ເຂົ້າກັນຂອງເສດຖະກິດພາກ​ພື້ນ​ອາຊີ​ປາຊິ​ຟິກບໍ່​ຄວນ​ມີ​ແຕ່ເສັ້ນທາງ​ເສັ້ນ​ດຽວ. ບໍ່​ວ່າ​ຈະເດີນ​ຕາມ​ເສັ້ນທາງ​ເສັ້ນ​ໃດ, ຈຸດປະສົງ​ກໍ່​ແມ່ນ​ເພື່ອ​ຊຸກ​ຍູ້​​ໃຫ້​ເສດ​ຖະກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າກັນ, ​ເພີ່ມ​ທະວີ​ການ​ຕິດ​ຕໍ່​ພົວພັນ​ລະຫວ່າງ​ສະມາຊິກ​ໃນ​ດ້ານ​ເສດຖະກິດ, ສ້າງ​ສະພາບ​ແວດ​ລ້ອມພັດທະນາ​ທີ່​ເປີດ​ປະຕູ, ຮ່ວມ​ມື​ກັນ, ​​ຜ່ອນຜັນແລະ​ປອດ​ໃສ.

ຈີນ​ມີຫຼັກໝັ້ນ​ເປີດ​ປະຕູ​ຕໍ່​ກົນ​ໄກຮ່ວມ​ມື​​ພາກ​ພື້ນ​ທຸກຮູບ​ແບບ​ແລະຄູ່​ເຈລະຈາ​ທຸກຄູ່. ​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຄ້າ​ຂອງ​ອົງການ APEC ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ເມສາ​ປີ​ນີ້, ຈີນ​ໄດ້​ສະ​ເໜີຂໍ້​ລິ​ເລີ່​ມ​ໃຫ້​ສ້າງ​ກົນ​ໄກ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​​ເຂດ​ການ​ຄ້າ​ເສລີ​ ພາຍ​ໃຕ້​ຂອບ​ອົງການ APEC, ​ ​ໄດ້ຮັບ​ການ​ສະໜັບສະໜູນ​ຢ່າງ​ຕັ້ງໜ້າ. ​​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ເຫັນ​ເອກກະສັນ​ກັນຂອງ​ບັນດາ​ຝ່າຍ, ​ແລະ​ໄດ້​ອຳນວຍ​ຊ່ອງ​ທາງ​ໃຫ້​ແກ່​ອົງການ APEC ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​​ໃຫຍ່ຫຼວງ​ກວ່າ​ເກົ່າ​​ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນຂອງ​ເສດຖະກິດ​ພາກ​ພື້ນ.

ອົງການ APEC ມີ​ປະຊາກອນ​ເຖິງ 2 ຕື້ 700 ລ້ານ​ຄົນ, ​ມີຍອດ​ປະລິມານ​ເສດຖະກິດຫຼາຍກວ່າເຄິ່ງ​ໜຶ່ງ​ຂຶ້ນ​​ຂອງ​ໂລກ, ມີຍອດ​ມູນ​ຄ່າ​ການ​ຄ້າ​ເກືອບ​ເຄິ່ງໜຶ່ງຂອງໂລກ, ​ແຕ່​ການ​ພັດທະນາ​ຂອງສະມາຊິກ​ຕ່າງໆພັດຢູ່​ໃນ​ໄລຍະ​ຕ່າງ​ກັນ, ທັງ​ມີ​ລະບອບ​ສັງຄົມ​ແລະ​ວັດທະນະທຳ​ທີ່​ຕ່າງ​ກັນ. ສະ​ນັ້ນ, ສະມາຊິກ​ອົງການ APEC ຕ່າງໆ​ມີ​ແຕ່​ຮ່ວມ​ແຮງຮ່ວມ​ໃຈ​ກັນ, ປະສານ​ສົມທົບ​ກັນ, ສະ​ແຫວ​ງຫາ​​ສິ່ງ​ທີ່​ຄື​ກັນ, ສະຫງວນ​ສິ່ງ​ທີ່​ຕ່າງ​ກັນ, ຈຶ່ງ​ສາມາດ​ບັນ​ລຸ​ເປົ້າ​ໝາຍ​​ສ້າງ​ເຂດ​ການ​ຄ້າ​ເສລີ​ອາຊີ​ປາຊິ​ຟິກ​ໃຫ້​ສຳ​ເລັດ, ​ແລະ​ເດີນຕາມ​ເສັ້ນທາງ​ພັດທະນາ​​ໂດຍ​ໄວ​ແຫ່ງ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ເສດຖະກິດ​ພາກ​ພື້ນ​ອາຊີ​ປາຊິ​ຟິກຢ່າງ​ສະດວກ.