ຍີ່​ປຸ່ນຈະ​ຍົກ​ສູງອາກອນ​ຊົມ​ໃຊ້​ໃນ​ຮອບ 17 ປີມາ​ນີ້

(GMT+08:00) 2013-10-02 17:42:56     cri
ວັນ​ທີ 1 ຕຸລາ​ນີ້, ທ່ານ​ຊິນ​ໂຈ​ອາ​ເບ, ນາຍົກລັດຖະມົນຕີຍີ່ປຸ່ນ​ປະກາດ​ຢ່າງ​ເປັນ​ທາງ​ການ​ວ່າ, ຈະ​ຍົກສູງອາກອນ​ຊົມ​ໃຊ້ 5% ທີ່ຍີ່ປຸ່ນ​ປະຕິບັດ​​ໃນ​ປະຈຸ​ບັນ​ຂຶ້ນ​​ເປັນ 8% ແຕ່​ເດືອນ​ເມສາ​ປີ 2014 ​ເປັນ​ຕົ້ນ​ໄປ. ນີ້​ແມ່ນ​ລັດຖະບານ​ຍີ​ປຸ່ນຍົກ​ສູງ​ອາກອນ​ຊົມ​ໃຊ້ອີກ​ເທື່ອ​ໜຶ່ງໃນ​ຮອບ 17 ປີມາ​ນີ້.

​ໄລຍະ​ມໍ່ໆ​ມາ​ນີ້, "​ເສດຖະສາດ​ອາ​ເບ" ທີ່ປະຕິບັດ​ໂດຍ​ຜ່ານ​ມາດ​ຕະການ​ການ​ເງິນ​ທີ່ຜ່ອນ​ຄາຍຢ່າງຂະໜາດ​ໃຫຍ່​​ໄດ້ເລີ່​ມ​ພາ​​ໃຫ້​ເກີດ​ໄພ​ເງິນ​ເຟີ້​ແລ້ວ. ການ​ຍົກ​ສູງອາກອນ​ຊົມ​ໃຊ້ຈະ​ເຮັດ​ໃຫ້ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນປະສົບແຮງ​ກົດ​ດັນ​ຕື່ມ​ອີກ, ​ນີ້ອາດ​ຈະຫຼຸດຄວາມ​ຕ້ອງການ​ພາຍ​ໃນ​ຢ່າງຫຼວງຫຼາຍ, ​ເຮັດ​ໃຫ້​ທ່ວງທ່າ​ຟື້ນ​ຟູ​ຂອງ​ເສດຖະກິດ​ຍີ່​ປຸ່ນຖືກ​ໂຈມ​ຕີ​ຢ່າງ​ໜັກ, ຄວາມ​ສາມາດ​ໃນ​ການ​ບໍລິຫານ​ຂອງ​ລັດຖະບານ​ຊິນ​ໂຈ​ອາ​ເບ​ຈະ​ປະ​ເຊີນກັບ​ການ​ທອດ​ສອບຢ່າງໜັກໜ່ວງ.