ອັດ​ກອງ​ປະຊຸມ​ສົນທະນາ​ຊັ້ນ​ສູງ​ຂອງ​ເອ​ເປັນ​ກ່ຽວ​ກັບ​ການ​ຊຸກຍູ້​ຄວາມ​ສະດວກ​ຂອງ​ຄົມມະນາຄົມ

(GMT+08:00) 2013-10-03 15:07:02     cri
ວັນ​ທີ 2 ຕຸລາ​ນີ້, ກອງ​ປະຊຸມ​ສົນທະນາ​ຊັ້ນ​ສູງຂອງ​ເອ​ເປັນ​ກ່ຽວ​ກັບ​ການຊຸກ​ຍູ້ຄວາມ​ສະດວກ​ຂອງຄົມມະນາຄົມທີ່​ຈັດ​ຂຶ້ນ​ຢູ່​ເກາະ​ບາ​ຫຼີ​ໄດ້ອັດ​ລົງ, ​ເປົ້າ​ໝາຍ​ຂອງ​ກອງ​ປະຊຸມ​ເທື່ອ​ນີ້​ແມ່ນ​ເພື່ອ​ຫຼຸດ​ຄວາມ​ຈຳກັດຂອງຄົມມະນາຄົມ​ລະຫວ່າງ​​ອົງ​ກອນ​ເສດຖະກິດທີ່​ເປັນ​ສະມາຊິກ​​ເອ​ເປັກ, ຝ່າຍ​ຕ່າງໆ​ຄ່ອງ​ຄອຍຄວາມ​ສະດວກ​ຂອງ​ຄົມມະນາຄົມສາມາດ​ຊຸກຍູ້​ການ​ພັດທະນາ​ການທ່ອງທ່ຽວ​ຂອງ​ພາກ​ພື້ນ.

ບົດ​ລາຍ​ງານ​ສະບັບ​ໜຶ່ງ​ທີ່​ອົງການ​ທ່ອງ​ທ່ຽວ​ໂລກ​ແລະ​ຄະນະ​ກຳມະການ​ເດີນທາງ​ແລະການ​ທ່ອງ​ທ່ຽວ​ໂລກ​ປະກາດ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ແຕ່​ປີ 2014 ຫາ​ປີ 2016, ຄາດ​ວ່າ​ມີ​ນັກ​ທ່ອງ​ທ່ຽວ​ສາກົນ 21% ທີ່​ໄປ​ສະມາ​ຊິກ​ເອ​ເປັກຍັງ​ຕ້ອງການ​​​ໄດ້​ວິຊາ​ກ່ອນ, ຖ້າວ່ານັກ​ທ່ອງ​ທ່ຽວ​ເຫຼົ່າ​ນີ້​ໄດ້​ວິຊາ​ສະດວກ​ກວ່າ​ເກົ່າ​ແລ້ວ, ຈະ​ສາມາດ​ສ້າງ​ໂອກາດ​ປະກອບອາຊີບ​ໃໝ່ 2 ລ້ານ 6 ​ແສນຕຳ​ແໜ່​ງ​ແລະ​ລາຍ​ຮັບ​ຈາກການທ່ອງທ່ຽວ 89 ຕື້​ໂດ​ລາ​ໃຫ້​ແກ່​ສະມາ​ຊິກ​ອົງ​ກອນ​ເສ​ດກິດ​ຂອງ​ເອ​ເປັກກ່ອນ​ປີ 2016.