ປະທານ​ປະ​ເທດ​ຈີນ​ພົບ​ປະ​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ

(GMT+08:00) 2013-10-03 15:32:30     cri


ວັນ​ທີ 2 ຕຸລາ​ນີ້, ຢູ່​ນະຄອນຫຼວງ​ຈາ​ກາກ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຊູຊີ​ໂລ ບຳບັງ ​ໂຢ​ໂດ​ໂຢ​ໂນ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ. ສອງ​ຝ່າຍ​ໄດ້​ຕົກລົງ​ຮ່ວມ​ກັນ​ຍົກ​ລະດັບ​ການ​ພົວພັນ​ລະຫວ່າງຈີນ-ອິນ​ໂດ​ເນ​ເຊຍ​ໃຫ້​ຂຶ້ນເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ.​ທ່ານ​ສີ​ຈິ້ນ​ຜິ​ງ​ກ່າວ​ວ່າ,​"ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ລ້ວນ​ແຕ່​​ເປັນ​ປະ​ເທດ​ໃຫຍ່​ທີ່​ພວມ​ພັດ​ທະ​ນາ​ທີ່​ມີ​ບົດບາດ​ໃນ​ພາກ​ພື້ນ​ຕົນ​ກໍ່​ຄື​ໃນ​ໂລກ. ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ກັບ​ອິນ​ໂດ​ເນ​ເຊຍ​ບໍ່​ພຽງ​ແຕ່​ສ່ອງ​ແສງ​ໃຫ້​ເຫັນ​ຢູ່​ໃນ​ລະດັບ​ສອງ​ຝ່າຍ​ເທົ່າ​ນັ້ນ, ​ແລະ​ຍັງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຢູ່​ໃນ​ລະດັບ​ພາກ​ພື້ນ​ແລະ​ສາກົນ​ອີກ​ດ້ວຍ. ຂ້າພະ​ເຈົ້າ​ສະ​ເໜີຂໍ້​ລິ​ເລີ່​ມຕ່າງໆ​ຕໍ່​ທ່ານຊູຊີ​ໂລ​ເຊັ່ນ,​ຈີນ​ແລະ​ອາ​ຊຽນຄົ້ນ​ຄວ້າ​ແລະ​ປຶກສາ​ຫາລື​ການ​ເຊັນສົນທິສັນຍາ​ການ​ຮ່ວມ​ມື​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ,ຍົກ​ສູງ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ແລະ​ອື່ນໆ,ຊຶ່ງ​ຂໍ້​ລິ​ເລີ່​ມ​ເຫຼົ່າ​ນີ້​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຊູຊີ​ໂລ. "


ໃນ​ການ​ພົບ​ປະ​ເຈລະຈາ, ທ່ານ​ປະທານ​ສີ​ຈິ້ນ​ຜິ​ງຍັງ​ໄດ້​ປະກາດ​ວ່າ, ​ເພື່ອ​ຊຸກຍູ້​ການ​ກໍ່ສ້າງ​ແບບ​ເຊື່ອມ​ຈອດ​ກັນ​​ແລະ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ​ໃນ​ດ້ານ​ເສດຖະກິດ​ຂອງ​ພາກພື້ນ​ແຫ່ງ​ນີ້, ຈີນ​ລິ​ເລີ່​ມສ້າງ​ຕັ້ງ​ທະນາຄານ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາ​ຊີ.ທ່ານ​ສີ​ຈິ້ນ​ຜິ​ງ​ກ່າວ​ວ່າ,​"ຈີນ​ຍິນ​ດີ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ດ້ານ​ເງິນ​ທຶນ​ແກ່​ການ​ກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ພວມ​ພັດທະນາ​ໃນ​ພາກ​ພື້ນ​ແຫ່ງ​ນີ້​ຊຶ່ງ​ໃນ​ນັ້ນ​ລວມທັງ​ປະ​ເທດ​ອາ​ຊຽນ. ທະນາຄານ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາ​ຊີ​ທີ່​ສ້າງ​ຕັ້ງ​ໃໝ່​ຈະ​ຮ່າວ​ມມື​ແບບ​ຈຸດ​ເຈືອ​ນກັນ​ກັບ​ທະ​ນາ​ຄານ​ພັດ​ທະ​ນາ​ຫຼາຍ​ຝ່າຍ​ທີ່​ມີ​ຢູ່​ໃນ​ປະຈຸ​ບັນຂອງທັງ​ພາຍ​ໃນ​ອາຊີ​ແລະ​ນອກ​ພາກ​ພື້ນ​ອາຊີ,​ແລະ​ຮ່ວມ​ກັນ​ຊຸກຍູ້​ເສດຖະກິດ​ອາຊີ​ໃຫ້​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ແລະ​ໝັ້ນຄົງ."

1 2